ກິດຈະວັດ 10 ຢ່າງ ທີ່ພຣະສົງ-ສາມະເນນ

ຄືກິດຈະວັດພື້້ນຖານຂອງພຣະສົງ-ສາມະເນນ ໃນພຣະພຸທທະສາສະນາ ທີ່ບັນພຣະຊົນໄດ້ປະພຶດປະຕິບັດກັນຕະຫລອດມາ.

1. ລົງອຸໂປສົດ

2. ບິນທະບາດລ້ຽງຊີບ.

3. ໄຫວ້ພຣະ ສູດມົນ

4. ກວາດເດີ່ນວັດວາອາຮາມ, ວິຫານ, ລານພຣະທາດເຈດີ

5.ຮັກສາຜ້າຄອງ

6.ຢູ່ປະຣິວາດສະກັມ ຄື: ເຂົ້າກັມ ເວລາຕ້ອງອາບັດສັງຄາທິເສດ.

7.ແຖຜົມ, ແຖໜວດ, ຕັດເລັບ.

8.ສຶກສາຮໍ່າຮຽນພຣະທັມວິນັຍ ແລະ ປະຕິບັດຄຣູບາອາຈາຣຍ໌.

9.ຕ້ອງອາບັດແລ້ວ ສະແດງອາບັດເສັຍ.

10.ພິຈາຣະນາປັດຈະເວກຂະນະ ທັງ 4, ມີ: ຈີວອນ, ບິນທະບາດ, ທີ່ຟູ່ທີ່ອາໃສ ແລະ ຢາຮັກສາໂຣຄ. ກິດຈະວັດ 10 ຢ່າງນີ້ ຖືເປັນກິດໃຫຍ່ຂອງພຣະພິກຂຸ ແລະ ສາມະເນນ ທຸກໆ ອົງ ຊຶ່ງຈະຕ້ອງສຶກສາໃຫ້ຮູ້ຢ່າງຈະເເຈ້ງຊັດເຈນ ແລະ ຕ້ອງປະຕິບັດຕາມສົມຄວນແກ່ສະມະນະສາຮູບແຫ່ງຕົນ.