ກົດແຫ່ງກຳທີ່ມະນຸດຕ້ອງພົບເຈີ (40 ຂໍ້)
ເລື່ອງຂອງກົດແຫ່ງກຳ ເປັນສິ່ງທີ່່ທຸກຕ້ອງພົບເຈີເລື່ອຍໆ ແລະ ຈະເຮັດແນວໃດເພື່ອຫລຸດກຳນັ້ນລົງ.
1. ກຳນທີ່ບໍ່ມີລູກ
ເວນກຳຈາກ: ຈາກການທຳຮ້າຍລູຸກຂອງສັດອື່ນ, ພັດພາກສັດອື່ນຈາກພໍ່ແມ່ຂອງພວກເຂົາ ຫລື ເຄີຍຂົ່ມເຫ່ງລູກຂອງຄົນອື່ນ.
ຫຼຸດຜ່ອນກຳ: ດ້ວຍການຢຸດກິນຊີ້ນສັດທຸກໆ 7 ວັນໃນທຸກໆ ເດືອນ, ທຳບູນປ່ອຍປາ, ປ່ອຍນົກປ່ອຍກາ, ທຳບຸນບໍລິຈາກທານ ທີ່ມູນິທິສັດ ຫລື ມຸນິທິສັດອອ່ນ.
2. ເຈັບປ່ວຍເລື່ອຍໆ ຫລື ເປັນໂລກຮ້າຍ
ເວນກຳຈາກ: ເຄີຍທຳທາລຸນກຳຕໍ່ສັດ
ຫຸດຜ່ອນກຳ: ດ້ວຍການທຳບຸນທຳທານກັບສັດອານາຖາ, ໃຫ້ອາຫານໃຫ້ຄວາມເມດຕາ, ຊື້ຢາ ຫລື ບໍລິຈາກເງິນໃຫ້ໂຮງໝໍສົງ, ທຳບູຸນປ່ອຍເຕົ່າ, ຢຸດກິນເນື້ອສັດຕະຫລອດຊີວີດ.
3. ຕາບອດ ຫລື ເປັນໂລກຕາ
ເວນກຳຈາກ: ເຄີຍທຳຮ້າຍສັດທີ່ດວງຕາ ຫລື ບໍ່ເຄີຍທຳບຸນຕື່ມນ້ຳມັນກະຕຽງໃນຊາດກ່ອນ, ຫລື ເຄີຍທຳລາຍໄຟຟ້າຂອງວັດ ຫລື ຂອງສາທາລະນະ.
ຫຸດຜ່ອນກຳ: ຊື້ໂຄມໄຟ ຫລື ຫລອດໄຟຖວາຍວັດ, ຖວາຍທຽນຫໍ່ໃຫ່ຍ, ຖວາຍໄຟສາຍ, ເຕີມນ້ຳມັນກະຕຽງທຸກວັນສິນ,ບໍລິຈາກເງິນໃນກລອ່ງ ຊື້ນ້ຳມັນເຕີ່ມກະຕຽງທີ່ວັດ.
4. ຖືກລົດຕໍາ, ຖືກລູກຫລົງ, ຖືກສັດກັດຕ່ອຍ
ເວນກຳຈາກ: ເຄີຍເປັນຄົນພານ, ຄົນເກເລທີ່ຫາເລື່ອງເດືອດຮ້ອນໃຫ້ຜູ້ອື່ນ, ມັກລັງແກ ແລະ ຊາບແຊງຄົນອື່ນຢູ່ສະເໜີ
ຫຸດຜ່ອນກຳ: ໝັ່ນເວົ້າດີ, ມີວາຈາມ່ວນຫວານ.
5. ສູນເສັຍຄົນໃກ້ສິດ
ເວນກຳຈາກ: ເຄີຍຍິ່ງນົກຕຶກປາ
ຫຸດຜ່ອນກຳ: ທຳບູນໄຖຊິວິດງົວຄວາຍ, ຢຸດກິນເນື້ອສັດຢ່າງໜ້ອຍໜຶ່ງຊະນິດຕະຫລອດຊີວິດ, ຫລື ກິນເຈທຸກໆ ສາມເດືອນ, ທຳບຸນປ່ອຍນົກປ່ອຍປາ.
6. ຖືກນິນທາຖືກໃສ່ຮ້າຍ
ເວນກຳຈາກ: ເຄີຍເວົ້າຈາເປັນເຫດໃຫ້ຄົນອື່ນເປັນທຸກ ຫລື ເດືອນຮ້ອນ
ຫຸດຜ່ອນກຳ: ພີມໜັງສືທຳມະແຈກຟຣີ, ເວົ້າດີ, ເວົ້າໃຫ້ຄົນອື່່ນເກີດປະໂຫຍດ, ເວົ້າໃຫ້ຄົນອື່ນມີຄວາມສຸກ.
7. ມັກເດືອດຮ້ອນເພາະໄຟຟ້າໃໝ້ບ້ານ, ໄຟຟ້າດູດ
ເວນກຳຈາກ: ເຄີຍລົບລູ່ພຣະສົ່ງ ແລະ ສາສາໜາ
ຫຸດຜ່ອນກຳ: ຕັກບາດທຸກວັນສິນ, ທຳບູນຖວາຍສັງຂະທານທຸກເດືອນ, ຟັງເທດຟັງທຳທຸກວັນສິນ ຫລື ທຸກເດືອນໃນວັນສິນ, ຮ່ວມພີມໜັງສືທຳມະແຈກຈ່າຍຟຣີ.
8. ຂາດບາລະມີ ໄຮ້ຍາດຂາດມິດ
ເວນກຳຈາກ: ບໍ່ເຄີຍໄປຮ່ວມງານບຸນງານສົບ
ຫຸດຜ່ອນກຳ: ຮ່ວມທຳບຸນງານສົບ, ບໍລິຈາກເງິນ, ຫລື ຮ່ວມດ້ວຍແຮງກາຍຊ່ວຍງານອື່ນໆ ໃນງານສົບ ເຊັ່ນ: ທຳອາຫານ, ຈັດດອກໄມ້.
9. ຕັ້ງຫລັກປັກຖານບໍ່ໄດ້
ເວນກຳຈາກ: ບໍ່ເຄີຍຮ່ວມທຳບຸນສ້າງໂບດສ້າງວິຫານ ແກ່ວັດວາອາຮາມຕ່າງໆ
ຫຸດຜ່ອນກຳ: ຮ່ວມທຳບຸນສ້າງວັດ, ສ້າງຫລັງຄາວິຫານ, ຮ່ວມທຳບຸນຝັງລູກນິມິດ, ຫມັ່ນໄປໄຫ້ວສານເຈົ້າພໍ່ຫລັກເມືອງທີ່ຕົນເອງອາໃສ່ຢູ່.
10. ມັກຖືກລັງແກ ຖືກບຽດບຽນ
ເວນກຳຈາກ: ບໍ່ເຄີຍບວດ ຫລື ທຳບຸນໃນງານບວດ
ຫຸດຜ່ອນກຳ: ບວດດ້ວຍຈິດສັດທາ ປາດຖະໜາຢ່າງບໍລິສຸດ ບໍ່ມີອັນອື່ນແອບແຝງ, ຈະບວດ 7 ວັນ ຫລື 15 ວັນ ຫລື 1 ພັນສາ ແລ້ວແຕ່ຈິດສັດທາ. ຖ້າເປັນຜູ້ຍິງອາດຈະບວດເປັນແມ່ຊີ ຫລື ຖືສິນ 8 ຕາມເວລາທີ່ສະດວກ ແລະ ຕັ້ງຈິດສັດທາ ຫລື ຮ່ວມທຳບຸນງານບວດ ຢ່າງສະໝຳສະເໝີເທົ່າທີ່ຈະທຳໄດ້.
11. ບໍ່ມີຄົນຊື່ນຊົມເອັນດູ ຂາດສະເໜ່
ເວນກຳຈາກ: ບໍ່ເຄີຍຖວາຍຂອງຫອມ
ຫຸດຜ່ອນກຳ: ໝັ່ນທຳບຸນໄຫວ້ພຣະທຸກວັນສິນ, ຖວາຍທູບທຽນຫອມ-ດອກໄມ້ສົດ-ພວງມາໄລ, ທອງຄຳປີວ, ໃສ່ນ້ຳຫອມ, ປະພຶດດີ, ປະຕິບັດຊອບຕໍ່ກັບຄົນອື່ນ, ຄິດດີທຳດີເວົ້າດີ ໃຫ້ຜູ້ອື່ນໄດ້ດີ ບໍ່ໃສ່ຮ້າຍແກ່ຜູ້ໃດ.
12. ເປັນທີ່ລັງກຽດ, ມີກີ່ນປາກ-ກີ່່ນໂຕ
ເວນກຳຈາກ: ຕຳນິຕິຕຽນຕໍ່ກັບຜູ້ທີ່ມັກທຳບຸນທຳທານ
ຫຸດຜ່ອນກຳ: ໝັ່ນທຳບຸນທຳທານ ຢ່າງສະໝຳສະເໝີ, ຟັງເທດມະຫາຊາດທຸກໆ ປີ, ຊັກຊວນຜູ້ອື່ນໃຫ້ຮ່ວມທຳບຸນ ຫລື ບໍລິຈາກທານເປັນການບອກບຸນຜູ້ອື່ນ, ພີມໜັງສືທຳມະແຈກຈ່າຍຟຣີ.
13. ໄປໃສມາໃສລໍາບາກ ມີແຕ່ອຸປະສັກ
ເວນກຳຈາກ: ເຄີຍທຳລາຍຫົນທາງສັນຈອນຂອງວັດ ຫລື ຂອງຊາວບ້ານ ຫລື ທຳໃຫ້ທາງສັນຈອນສາທາລະນະໄດ້ຮັບຄວາມບໍ່ສະດວກ.
ຫຸດຜ່ອນກຳ: ບໍລິຈາກຊັບສິນ ຫລື ຮ່າງກາຍຊ່ວຍສ້າງຂົວ, ສ້າງທາງອັນເປັນປະໂຫຍດແກ່ວັດ ຫລື ຊຸມຊົນນ້ອຍໆ, ຊ່ວຍຜູ້ຄົນທຸກຍາກ ໄດ້ມີຍານພາຫະນະ ຫລື ທາງສັນຈອນທີ່ສະດວກ.
14. ເປັນຄົນຮັບໃຊ້ຄົນອື່ນ
ເວນກຳຈາກ: ເຄີຍເນລະເທດຜູ້ທີ່ເຄີຍມີພະຄຸນແກ່ຕົນເອງ
ຫຸດຜ່ອນກຳ: ຕອບແທນຜູ້ມີພະຄຸນດ້ວຍຄວາມກະຕັນຍູ, ຮ່ວມທຳບຸນສ້າງພຣະພຸທທະຮູບ, ພຣະປະທານ, ທຳທານທັງກັບຄົນ ແລະ ສັດ.
15. ຂັດສົນອົດມື້ກີນມືຶ້
ເວນກຳຈາກ: ເຄີຍລະເວັ້ນການໃສ່ບາດ, ລະເວັ້ນການໃຫ້ທານເມື່ອມີຄົນທຸກຍາກມາຂໍທານອາຫານ ແລະ ນ້ຳ
ຫຸດຜ່ອນກຳ: ແບ່ງປັນອາຫານ, ນ້ຳ, ເສື້ອຜ້າ ແກ່ຄົນທຸກຍາກອານາຖາ, ຖ້າບໍ່ມີເງິນກໍ່ແບ່ງເປັນສິ່ງຂອງຕາມທີ່ມີ, ໃສ່ບາດທຸກເຊົ້າ ຫລື ທຸກວັນສິນ.
16. ອາພັບຄູ່
ເວນກຳຈາກ: ເຄີຍທຳຜິດກັບລູກ-ກັບເມັຍຄົນອື່ນ
ຫຸດຜ່ອນກຳ: ບວດເປັນພຣະ ຫລື ບວດເປັນແມ່ຂາວ ຮ່ວມທຳບຸນເປັນເຈົ້າພາບງານແຕ່ງງານ ຄູ່ບ່າວສາວທີ່ຫຍາກຈົນ, ຖວາຍຂອງເປັນຄູ່ ເຊັ່ນ: ແຈກັນຄູ່, ທຽນຄູ່, ໝອນຄູ່ ເປັນຕົ້ນ.
17. ໄດ້ຄູ່ຄອງທີ່ຊົ່ວຮ້າຍ ທໍາຮ້າຍຕົນ ຫລື ທໍາໃຫ້ເປັນທຸກ
ເວນກຳຈາກ: ເຄີຍຂົ່ມຂືນເຂົາໃນຊາດກ່ອນ, ເຄີຍທຸບຕີທຳຮ້າຍຄູ່
ຫຸດຜ່ອນກຳ: ບວດເປັນພຣະ ຫລື ບວດເປັນແມ່ຂາວ, ທຳບຸນປ່ອຍນົກປ່ອຍປາ.
18. ຢູ່ໂດດດ່ຽວຍາມບັ້ນປາຍຊີວິດ
ເວນກຳຈາກ: ເຄີຍຈັບສັດຂັງ
ຫຸດຜ່ອນກຳ: ທຳບຸນປ່ອຍປາລົງນ້ຳ, ປ່ອຍນົກປ່ອຍກາ, ທຳບຸນທຳທານແກ່ເດັກອານາຖາ ແລະ ສັດອານາຖາ.
19. ຮູບຮ່າງໜ້າຕາບໍ່ງົດງາມ
ເວນກຳຈາກ: ບໍ່ເຄີຍຖວາຍດອກໄມ້ຂອງຫອມ
ຫຸດຜ່ອນກຳ: ຖວາຍພວງມະໄລດອກໄມ້ສົດ, ດອກໄມ້ຫອມ, ທຳບຸນບໍລິຈາກດວງຕາ ຫລື ບໍລິຈາກຮ່າງກາຍໃຫ້ໂຮງຫມໍ.
20. ມັກຖືກໂກງ ຫລື ບ້ຽວເງິນ
ເວນກຳຈາກ: ເຄີຍຄົດໂກງຕໍ່ຜູ້ອື່ນ
ຫຸດຜ່ອນກຳ: ສະລະຊັບບໍລິຈາກຮ່ວມການກຸສົນຕ່າງໆ, ທຳບຸນຕັກບາດຖວາຍສັງຂະທານ, ອຸທິດສ່ວນບຸນກຸສົນແກ່ເຈົ້າກຳນາຍເວນທຸກໆ ເດືອນ.
21. ພິການຮ່າງກາຍບໍ່ສົມປະກອບ
ເວນກຳຈາກ: ເຄີຍທຸບຕີພໍ່ແມ່, ດ່າພໍ່ແມ່ ຫລື ທຳຮ້າຍພໍ່ແມ່
ຫຸດຜ່ອນກຳ: ຫມັ່ນທຳບຸນໄຫວ້ພຣະ, ປ່ອຍນົກປ່ອຍປາ, ຖືສິນຫ້າ, ສິນແປດ ຈະເລີນພາວະນາ, ນັ່ງວິປັສສະນາກຳມະຖານ.
22. ມີຄະດີຄວາມ
ເວນກຳຈາກ: ເຄີຍພົບຄົນເດືອດຮ້ອນແລ້ວ ບໍ່ຊ່ວຍເຫລືອ ຫລື ບໍ່ພະຍາຍາມຫາທາງຊ່ວຍເຫລືອ.
ຫຸດຜ່ອນກຳ: ຫມັ່ນທຳບຸນປ່ອຍນົກປ່ອຍປາ, ນັ່ງສະມາທິ, ຈະເລີນວິປັສະນາກຳມະຖານ ຖືສິນ 5, ສິນ 8 ທຸກໆ ສາມເດືອນ- ເດືອນລະ 7 ວັນ.
23. ຂາດທີ່ຢູ່ເປັນຫລັກເປັນແຫລ່ງ
ເວນກຳຈາກ: ບໍ່ສົ່ງເຄາະແກ່ຄົນອານາຖາທີ່ມາຂໍອາຫານ, ຂໍຊາຍຄາລົບນ້ຳຝົນ, ບໍ່ມີນ້ຳໃຈຊ່ວຍເຫລືອຄົນຕົກທຸກໄດ້ຍາກ.
ຫຸດຜ່ອນກຳ: ຮ່ວມທຳບຸນຊື້ກະເບື້ອງຫລັງຄາວັດ, ຫມັ່ນໄປກາບໄຫວ້ບູຊາສານຫລັກເມືອງ, ທຳບຸນທຳທານແກ່ສັດພິການ ຫລື ສັດເລລ່ອນ.
24. ຈິດໃຈຂຸ່ນມົວ, ດຸດັນ, ຂີ້ໂມໂຫ
ເວນກຳຈາກ: ຂີ້ຖີ່ໃນການທຳບຸນ
ຫຸຸດຜ່ອນກຳ: ສວດມົນໄຫວ້ພຣະທຸກວັນສິນ, ຝຶກວິປັສສະນາກຳມະຖານ, ຖືສິນ 5, ສິນ 8 ທຸກໆ ສາມເດືອນ, ບໍລິຈາກທານແບ່ງປັນເງິນຄຳ ຫລື ສິ່ງຂອງແກ່ຜູ້ຕົກທຸກໄດ້ຍາກ ຫລື ຮ່ວມທຳບຸນບໍລິຈາກທານ ກັບມຸນິທິສົ່ງເຄາະ ແລະ ວັດວາອາຣາມຕ່າງໆ.
25. ບໍ່ມີຊື່ສຽງ
ເວນກຳຈາກ: ເຄີຍຕິສິນນິນທາ ທຳໃຫ້ຜູ້ອື່ນເສັຍຫາຍ
ຫຸດຜ່ອນກຳ: ຮ່ວມທຳບຸນສ້າງຫໍລະຄັງ, ຮ່ວມທຳທານຫລໍ່ທຽນພັນສາ, ທຳທານກັບຄົນທຸກຍາກອານາຖາ.
26. ບໍ່ມີວາດສະໜາ-ບາລະມີ
ເວນກຳຈາກ: ບໍ່ເຄີຍນັບຖືຊື່ນຊົມຜູ້ນັບຖືທຳມະ
ຫຸດຜ່ອນກຳ: ທຳບຸນສ້າງພຣະພຸທທະຮູບ, ທຳທານກັບຄົນ.
27. ມີລູກຫລານບໍ່ດີ, ເກເລ, ບໍ່ເຊື່ອຟັງ
ເວນກຳຈາກ: ທຳແທ້ງ, ເຄີຍທຳຮ້າຍຄົນໃກ້ສິດມາກ່ອນ ແລະ ທຳຮ້າຍຈິດໃຈຄອບຄົວໃນຊາດກອ່ນ
ຫຸດຜ່ອນກຳ: ບວດເປັນຈົວ ໂດຍໃຫ້ລູກບວດ ຫລື ໄປຮ່ວມບວດ ຈະທຳໃຫ້ກຳໜ້ອຍລົງ, ປະຕິບັດທຳອຸທິດໃຫ້ລູກຕົນເອງ.
28. ເຈີແຕ່ຄົນເອົາປຽບ
ເວນກຳຈາກ: ເຄີຍບຽດບຽນເງິນພໍ່ແມ່ໃນອາດີດຊາດ, ເຄີຍໂກງຄົນໃວ້ໃນອາດີດຊາດ, ລັກເງິນຄອບຄົວມາໃຊ້.
ຫຸດຜ່ອນກຳ: ຫມັ່ນຢຶດຖືສິນ 5, ບໍ່ດີື່ມເຫລົ້າສຸລາທຳໃຫ້ຂາດສະຕິ ຖືກໂກງງ່າຍ, ຫມັ່ນສວດມົນ, ອະທິຖານບາຣະມີດ້ານຂໍພອນໃຫ້ພົບເຈີຄົນດີໆ ເຂົ້າມາໃນຊີວິດ.
29. ເກີດໃນສະກຸນຕ່ໍາຕ້ອຍ
ເວນກຳຈາກ: ເປັນຄົນໂອຫັງ, ອວດດີ, ຈິດໃຈຄັບແຄບ
ຫຸດຜ່ອນກຳ: ຮ່ວມທຳບຸນສ້າງວັດ, ສ້າງພຣະປະທານ, ທຳບຸນທຳທານກັບຄົນຍາກຈົນ ແລະ ສັດອານາຖາ, ພີມໜັງສືທຳມະແຈກຟຣີ.
30. ໄຮ້ສະຫງ່າລາສີ ຂາດວາດສະໜາ
ເວນກຳຈາກ: ເຄີຍກິນເຫລົ້າເມົາ ແລະ ອາລະວາດລະລານຜູ້ອື່ນ.
ຫຸດຜ່ອນກຳ: ນັ່ງສະມາທິ, ຝຶກກຳມະຖານ, ທຳທານກັບຄົນອານາຖາ ແລະ ສັດອານາຖາ, ຮ່ວມພີມໜັງສືທຳມະແຈກຟຣີ.
31. ບໍ່ຈະເລີນກ້າວໜ້າ, ຈິດໃຈເປັນທຸກ
ເວນກຳຈາກ: ເຄີຍຊັກຈູງຄົນອື່ນທຳຊົ່ວ
ຫຸດຜ່ອນກຳ: ຖືສິນ 8 ເປັນໄລຍະເວລາ 7 ວັນ ທຸກໆ ສາມເດືອນ, ຫມັ່ນທຳບຸນຕັກບາດ ຖວາຍສັງຂະທານ.
32. ຈິດໃຈຟຸ່ງຊານເປັນທຸກ
ເວນກຳຈາກ: ເຄີຍລິດສະຍາຜູ້ອື່ນ
ຫຸຸດຜ່ອນກຳ: ທຳບຸນຕັກບາດ, ຖວາຍສັງຂະທານ, ປ່ອຍປາລົງນໍ້າ, ນັ່ງສະມະທິ, ສວດມົນບົດຄາຖາຊິນນະບັນຊອນ.
33. ຊິິວິດຕົກຕໍ່າທໍາສິ່ງໃດກະບໍ່ຈະເລີນ
ເວນກຳຈາກ: ເຄີຍທຳແທ້ງ
ຫຸດຜ່ອນກຳ: ປ່ອຍປາລົງນ້ຳທຸກໆ ເດືອນ ຈົນຄົບ 9 ເດືອນ ຫລື ໜຶ່ງປີເຕັມ, ຖວາຍສັງຂະທານ ແລະ ທຳບຸນໃສ່ບາດສະເຫມີ.
34. ເປັນເມັຍນ້ອຍເມັຍເກັບ
ເວນກຳຈາກ: ເຄີຍຜິດລູກຜິດເມັຍເຂົາມາກ່ອນ, ຂືນໃຈເຂົາໂດຍບໍ່ຍິນຍອມ, ເຄີຍອະທິຖານຈິດຮ່ວມກັນວ່າ ພົບໃດກໍ່ຕາມຂໍໃຫ້ໄດ້ໃຊ້ຊິວິດຄຸ່ດ້ວຍກັນ.
ຫຸດຜ່ອນກຳ: ຖວາຍທຸງຄູ່, ທຸບຄູ່, ທຽນຄູ່, ຫມອນຄູ່ ຢ່າງໃດກໍໄດ້, ອະທິີຖານຈິດຂໍໃຫ້ຊິວິດຄູ່ນີິ້ດີຂື້ນ, ບວດເປັນແມ່ຂາວ ປີລະໜຶ່ງຄັ້ງໃນເວລາ 3 ວັນ, ອຸທິດໃຫ້ແກ່ເຈົ້າກຳນາຍເວນທີ່ເຄີຍລ່ວງເກີນ ໃຫ້ໄດ້ຮັບສ່ວນກຸສົນ ແລະ ເປີດທາງໃຫ້ຊີວິດຄູ່ດີຂື້ນ. ຮ່ວມເປັນເຈົ້າພາບງານແຕ່ງງານ ເພື່ອຊີວິດຕົນຈະດີຂື້ນ ແລະ ສົມຫວັງ. ສວດມົນຂໍພອນທຸກວັນເກີດດ້ານຄວາມຮັກໃຫ້ສົມຫວັງຕໍ່ໄປ. ທຳບຸນສັງຂະທານສົດ ໃນວັນເກີດນຂອງຕົນເອງ ເດືອນລະຄັ້ງ ເພື່ອຸທິດໃຫ້ເຈົ້າກຳນາຍເວນໃນອາດີດຊາດ, ປະຈຸບັນຊາດ ແລະ ວິນຍານທີ່ຕາມມາໃຫ້ໄດ້ຮັບກຸສົນ ແລະ ອະໂຫສິກຳ.
35. ເປັນອໍາມະພຶກອໍາມະພາດ
ເວນກຳຈາກ: ຂ້າສັດ, ທໍລະມານສັດ, ທຳຮ້າຍຄົນໃນອາດີດຊາດ ແລະ ປະຈຸບັນຊາດ
ຫຸດຜ່ອນກຳ: ຕັກບາດອຸທິດສ່ວນບຸນກຸສົນໃຫ້ເຈົ້າກຳນາຍເວນ ໃນອາດດີຊາດ, ປະຈຸບັນຊາດ, ລວມທັງສັບພະສັດທັງຫລາຍໃຫ້ໄດ້ກຸສົນ ແລະ ອະໂຫສິກຳເຊີ່ງກັນ ແລະ ກັນ. ປ່ອຍສັດລົງນ້ຳໃນວັນເກີດຂອງຕົນເອງ, ຢາດນ້ຳອຸທິດສ່ວນບຸນກຸສົນໃຫ້ເຈົ້າກຳນາຍເວນໄດ້ຮັບ ແລະ ອະໂຫສິກຳ ຖວາຍຢາໃຫ້ວັດ ຫລື ຊ່ວຍເຫລືອຄົນປ່ວຍ.
36. ເປັນມະເຮັງ
ເວນກຳຈາກ: ຮູ້ເຫັນເປັນໃຈກັບການທຳແທ້ງ, ການທາລຸນສັດ ຫລື ການທຳຮ້າຍບຽດບຽນຜູ້ອື່ນ
ຫຸດຜ່ອນກຳ: ທຳບຸນໃຫ່ຍອຸທິດໃຫ້ເຈົ້າກຳນາຍເວນ ແລະ ບວດເປັນແມ່ຂາວໜຶ່ງເດືອນ ເພື່ອສົ່ງບຸນກຸສົນໃຫ້ເຈົ້າກຳນາຍເວນ, ອະໂຫສິກຳ, ທຳບຸນສ້າງພຣະພຸທທະຮູບ, ສ້າງວັດ, ສ້າງສາລາວັດ, ຮ່ວມພີມໜັງສືທຳມະແຈກຟຣີີ, ຫມັ່ນນັ່ງສະມະທິ ແລະ ຝຶກກຳມະຖານ.
37. ດ້ອຍປັນຍາ
ເວນກຳຈາກ: ຝັກໄຟອະບາຍຍະມຸກໃນຊາດກ່ອນ ຫລື ຊັກຊວນຄົນໄປທຳຊົ່ວ, ດູແຄນຫລັກທຳມະ.
ຫຸດຜ່ອນກຳ: ພີມໜັງສືທຳມະແຈກຈ່າຍ, ທຳບຸນທຳທານກັບໂຮງຮຽນຂອງເດັກພິການ ຫລື ຕາມມຸນິທິຕ່າງໆ.
38. ເປັນຄົນທຸກເພາະຄວາມຮັກ
ເວນກຳຈາກ: ຊາດກ່ອນເຈົ້າຊູ້ ຫລອກຜູ້ອື່ນໃຫ້ອົກຫັກ
ຫຸດຜ່ອນກຳ: ປະພຶດດີປະຕິບັດດີ ທັງຄວາມຄິດ, ກາຍວາຈາ ໃຈ, ຮ່ວມທຳບຸນງານແຕ່ງງານ ທຳສິ່ງດີໆ ໃຫ້ຄົນອື່ນໄດ້ສົມຮັກສົມປາດຖາໜາ.
39. ຄອບຄົວຍາກຈົນ
ເວນກຳຈາກ: ຊາດກ່ອນບໍ່ເຄີຍໃຫ້ທານ
ຫຸດຜ່ອນກຳ: ຫມັ່ນທຳບຸນດ້ວຍການບໍລິຈາກທານ, ຖ້າມີເງິນບໍ່ຫລາຍກະບໍລິຈາກເປັນສິ່ງຂອງ, ແຮງງານ ຫລື ນ້ຳໃຈຕໍ່ຜູ້ຕົກທຸກໄດ້ຍາກ ເຊັ່ນ: ໄປຊ່ວຍອ່ານໜັງສືໃຫ້ມຸນິທິຄົນຕາບອດ.
40. ມີອາຊີບຕໍ່າຕ້ອຍທີ່ຄົນອື່ນດູຖຸກ
ເວນກຳຈາກ: ຊາດກ່ອນເຄີຍບວດດ້ວຍເຈດຕະນາບໍ່ບໍລິສຸດ, ຂາດຄວາມສັດທາ, ອາໃສ່ຜ້າເຫລືອງຫາກີນ.
ຫຸດຜອ່ນກຳ: ຖືສິນ 5, ສິນ 8 ນັ່ງສະມະທິ, ຝຶກກຳມະຖານ, ຖວາຍສັງຂະທານທຸກໆ ເດືອນ ຫລື ທຸກສາມເດືອນ.