ຄຳເຫັນຂອງຜູ້ສັດທາສ້າງເວບໄຊນີ້
ຂ້າພະເຈົ້າ ຊື່: ສາຍລົມ ແກ້ວວິພາກອນ ຊຶ່ງເຄີຍໄດ້ບວດເປັນພຣະພິຂຸສົງມາກ່ອນ ທີ່ວັດບ້ານໂພນໂຮງ (ເມືອງໂພນໂຮງ, ແຂວງວຽງຈັນ) ຊ່ວງປີ 1993, ບວດຢູ່ວັດໂພນຕ້ອງສະຫວາດ (ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ) ໃນປີ 2018 ແລະ ວັດອານຸສອນໄຊ (ເມືອງປາກຊັນ ແຂວງບໍລິຄຳໄຊ) ໃນປີ 2024. ຂ້າພະເຈົ້າເອງໄດ້ມີຄວາມສັດທາເຫລື່ອມໃສໃນພຣະພຸດທະສາສະນາ ຈຶ່ງໄດ້ມີຄວາມຄິດສ້າງເວບໄຊນີ້ຂື້ນມາ, ໃຫ້ເປັນອີກຊ່ອງທາງໜຶ່ງໃນການເຂົ້າເຖິງໜັງສືທຳມະຕ່າງໆ ເຊັ່ນ: ບົດສູດມົນ, ບົດເທດສະໜາ, ຄຳຖວາຍທານ, ໄຫວ້ພຣະປະຈຳວັນ, ອາຣາທະນາ ແລະ ຮັບສິນຫ້າ, ອາຣາທະນາ ແລະ ຮັບສິນແປດ, ຮັບຮູ້ສິນ 227 ສຳລັບພຣະພິຂຸສົງ, ບົດແຜ່ເມດຕາ-ບົດຢາດນ້ຳອຸທິດສ່ວນກຸສົນ, ຄາຖາ, ພິທີການທາງສາສະໜາ ແລະ ອື່ນໆ.
ການລວບລວມເຂົ້າໃສ່ເວບໄຊນີ້ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ພຣະພຸທທະສາສະນາ ໃຫ້ມີຈະເລີນຮຸ່ງເຮືອງ ແລະ ເຫລືອງເຫລື່ອມຢູ່ຄູ່ກັບຄົນລາວຕະຫລອດໄປ ໂດຍສະເພາະຊາວພຸດ. ຊຶ່ງຂໍ້ມູນນັ້ນແມ່ນໄດ້ມາຈາກບ່ອນທີ່ເຊື່ອຖືໄດ້ ນັບທັງໃນໜັງສືທຳມະ ແລະ ທາງອີນເຕີເນັດໃນຮູບແບບພາສາລາວ ແລະ ພາສາໄທ.
ເພື່ອຮັບປະກັນວ່າທຸກໜັງສືທຳມະມີຄວາມຖືກຕ້ອງແລະຊັດເຈນທີ່ສຸດ ຈຶ່ງໄດ້ມີການກວດກາຂໍ້ມູນຄືນກ່ອນນຳມາລົງໃນເວບໄຊນີ້. ຜ່ານການສົມທຽບ ເຫັນວ່າ ບາງໜັງສືຂອງແຕ່ລະວັດ ຫລື ແຕ່ລະບ່ອນ ຄ້ອນຂ້າງຕ່າງກັນເລັກນ້ອຍເປັນບາງຈຸດ ເຖິງວ່າຈະເປັນບົດສວດມົນອັນດຽວກັນກໍຕາມ. ເພາະສະນັ້ນ, ຂ້າພະເຈົ້າຈຶ່ງຕ້ອງໄດ້ພະຍາຍາມຄົ້ນຫາຈາກແຫລ່ງທີ່ເຊື່ອຖືໄດ້ທີ່ສຸດ ພ້ອມທັງນຳເອົາວິດີທຽບສຽງມາປະກອບໃສ່ ເພື່ອສະດວກໃຫ້ແກ່ຜູ້ທີ່ຕ້ອງການຮຽນ-ທ່ອງຈຳບົດທຳມະຕ່າງໆ ໂດຍສະເພາະທຳນອງສຽງ ປະສົມປະສານກັບການອ່ານ ຈະເຮັດໃຫ້ຈື່ຈຳໄດ້ງ່າຍຂື້ນ ແລະ ໃຊ້ເວລາໜ້ອຍລົງ.
ນອນກນັ້ນ ຈາກການປຽບທຽບຂ້າງເທີ່ງນັ້ນ ຈິ່ງເຫັນວ່າ ບາງໜັງສືກໍມີບາງຈຸດແຕກຕ່າງກັນເລັກໜ້ອຍ ໂດຍສະເພາະລະຫວ່າງພາສາລາວ ແລະ ໄທ ຫລື ລະຫວ່າງຜູ້ຂຽນຈາກສະຖານທີ່ຕ່າງກັນ, ຫລື ຜູ້ລວບລວມທີ່ບໍ່ເຂົ້າໃຈໜັງສືທຳມະ ພຽງແຕ່ກອບປີ່ ແລ້ວນຳມາລົງເລີຍ ຊຶ່ງບໍ່ຜ່ານກວດກາຢ່າງຈິງຈັງ. ແຕ່ຢ່າງໃດກໍຕາມ, ຖ້າຫາກຄຸບາ-ອາຈານທ່ານໃດ ພົບເຫັນ ມີຈຸດຜິດພາດປະການໃດ ໂປຣດໄດ້ຊ່ວຍແນະນຳແກ່ຂ້າພະເຈົ້າດ້ວຍ ໂດຍສົ່ງຄຳເຫັນມາທາງອີເມລ saylomkeo@gmail.com ຫລື ປະກອບຄຳເຫັນຕາມແບບຟອມໜ້າເວບໄຊນີ້ໄດ້ເລີຍ ຈະເປັນພະຄຸນຢ່າງຍິ່ງ. ທັງນີ້ກໍເພື່ອເຮັດໃຫ້ໄດ້ເອກະສານທໍາມະມີຄວາມຖືກຕ້ອງ ແລະ ສົມບູນແບບທີ່ສຸດ.
ຂໍຂອບໃຈຕໍ່ກັບເວບໄຊຕ່າງໆ ທີ່ໂພສໜັງສືທຳມະຕ່າງໆ ແລະ ປື້ມໜັງສືທຳມະທີ່ມີການຈັດພີມໃນຮູບແບບພາສາລາວ ທີ່ໃຫ້ຂ້າພະເຈົ້າໄດ້ນຳມາເຜີຍແຜ່ຕໍ່ ທີ່ຊ່ວຍໃຫ້ຂ້າພະເຈົ້າໄດ້ລວບລວມງ່າຍຂື້ນ ແລະ ປະຢັດເວລາ. ຂໍໃຫ້ໜັງສືທຳມະນີ້ ໄດ້ເປັນທຳມະທານອັນໃຫຍ່ຫລວງ ແລະ ເປັນບຸນກຸສົນອັນບໍລິສຸດດ້ວຍເຖີ້ນ.
ເວບໄຊນີ້ໄດ້ສ້າງຂື້ນໃນຊ່ວງຕົ້ນເດືອນພຶດສະພາ 2021, ຖ້າຫາກມີອັນໃດຂາດຕົກປົກພ່ອງ ກະລຸນາແຈ້ງຕາມທີ່ຢູ່ກ່າວມາຂ້າງເທິ່ງ ແລະ ໂປຣດໄດ້ອະໂຫສິກຳ ແກ່ຂ້າພະເຈົ້າດ້ວຍ, ອາດຈະມີບາງຢ່າງຍັງບໍ່ທັນສົມບູນ ເຊັ່ນ: ພີມຜິດ, ພາບປະກອບ ແລະ ຄຳບັນຍາຍເພີ່ມຕື່ມ. ທຸກຢ່າງຈະສົມບູນໄດ້ຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມໃຫ້ຫລາຍຂື້ນ. ຂ້າພະເຈົ້າຈະພະຍາຍາມປັບປຸງ ແລະ ນຳໜັງສືອັນໃໝ່ມາໂພສລົງທີ່ນີ້ໃຫ້ຫລາຍເທົ່າທີ່ຈະເປັນໄປໄດ້.