1. ຄຳຖວາຍສັງຄະທານ
ອິມານິ ມະຍັງ ພັນເຕ ພັຕຕານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸ ໂນ ພັນເຕ ພິກຂຸສັງໂຄ.
ອິມານິ ພັຕຕານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ
ຂ້າແຕ່ທ່ານພຣະສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ພັຕຕາຫາຣ ກັບ ທັງເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ແກ່ພຣະສົງຄ໌ ຂໍພຣະພິກຂຸສົງຄ໌ ຈົ່ງຮັບ ພັຕຕາຫາຣ ກັບທັງເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ຂອງພວກຂ້ານ້ອຍທັງຫລາຍ, ເພື່ອປະໂຫຍດ ແລະ ຄວາມສຸກຂອງພວກຂ້ານ້ອຍ ທັງຫລາຍ ຕລອດກາລນານເທີ້ນ, ສາທຸ.
2. ຄຳຖວາຍສັງຄະທານອຸທິສໃຫ້ຜູ້ຕາຍ
ອິມານິ ມະຍັງ ພັນເຕ ມະຕະກະພັຕຕານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸໂນ ພັນເຕ ພິກຂຸສັງໂຄ.
ອິມານິ ມະຕະກະພັຕຕານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັນເຈວະ ມາຕາປິຕຸ ອາທີນັນຈະ ຍາຕະການັງ ກາລະກະຕານັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະໆ
ຂ້າແຕ່ພຣະສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ມະຕະກະພັຕຕາຫານ ກັບ ທັງເຄື່ອງ
ບໍຣິວາຣທັງຫລາຍເຫລົ່ານີ້ ແກ່ພຣະພິກຂຸສົງຄ໌ ຂໍພຣະພິກຂຸສົງຄ໌ ຈົ່ງຮັບ, ເຊິ່ງມະຕະກະພັຕຕາຫານ ກັບທັງເຄື່ອງບໍຣິວາຣທັງຫລາຍນີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກ ແກ່ພວກຂ້ານ້ອຍທັງຫລາຍ ແລະ ແກ່ຍາຕທັງຫລາຍ ໝາຍມີ: ບິດາມານດາ, ຍາຕິພີ່ນ້ອງ ທີ່ຊື່ວ່າ................... ຜູ້ທີ່ລ່ວງລັບໄປແລ້ວ ສີ້ນກາລະນານເທີ້ນ.
3. ຄວາມປະກາດວັດຖຸທານ
ສຸທິນນັງ ວະຕະເມທານັງ ທານັງເມ ປະຣິສຸດທັງ ອາສະວັກຂະຍະວະຫັງ ນິພານະປັຈຈະໂຍໂຫຕຸ.
ທຸຕິຍັມປິ ສຸທິນນັງ ວະຕະເມທານັງ ທານັງເມ ປະຣິສຸດທັງ ອາສະວັກຂະຍະວະຫັງ ນິພານະປັຈຈະໂຍ ໂຫຕຸ.
ຕະຕິຍັມປິ ສຸທິນນັງ ວະຕະເມ ທານັງ ທານັງເມ ປະຣິສຸດທັງ ອາສະວັກຂະຍະວະຫັງ ນິພານະປັຈຈະໂຍ ໂຫຕຸ. ວັດຖຸທານທີ່ຂ້ານ້ອຍໄດ້ໃຫ້ດີແລ້ວ ຂໍຈົ່ງເປັນວັດຖຸທານອັນບໍຣິສຸທ ຂໍໃຫ້ເຖິງເຊິ່ງຄວາມສິ້ນໄປ ແຫ່ງອາສະວະກິເລສ ເຄື່ອງດອງສັນດານ ແລະ ຂໍໃຫ້ເຖິງພຣະນິພພານ ໃນອານະຄົດຕະການພາຍ ເບື້ອງໜ້ານັ້ນເທີ້ນ.
4. ຄຳຖວາຍຢາຮັກສາໂລກ
ອິມານິ ມະຍັງ ພັນເຕ ຄີລານະເພສັຊຊານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸ ໂນ ພັນເຕ ພິກຂຸສັງໂຄ, ອິມານິ ຄີລານະເພສັຊຊານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ ນິພພານາຍະຈະໆ.
ຂ້າແຕ່ພຣະພິຂຸສົງຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍຢາຮັກສາໂລກ ພ້ອມດ້ວຍບໍລິວານທັງຫລາຍເຫລົ່ານີ້ ຂອງພວກຂ້ານ້ອຍທັງຫລາຍ ແດ່ ພຣະພິກຂຸສົງຄ໌ ຂໍພຣະພິກຂຸສົງຄ໌ຈົ່ງຮັບ ເຊິ່ງຢາຮັກສາໂລກ ພ້ອມດ້ວຍບໍລິວານທັງຫລາຍເຫລົ່ານີ້ຂອງ ພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະຄວາມສຸກ ແກ່ພວກຂ້ານ້ອຍທັງຫລາຍ ຕລອດກາລນານເທີ້ນ ຯ
5. ຄຳຖວາຍຜ້າໄຕຣຈີວອນ
ອິມານິ ມະຍັງ ພັນເຕ ຕິຈີວະຣານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸ ໂນ ພັນເຕ ພິກຂຸສັງໂຄ ອິມານິ ຕິຈີວະຣານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ.
ຂ້າແຕ່ທ່ານພຣະພິຂຸສົງຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າໄຕຣຈີວອນ ກັບທັງເຄື່ອງບໍຣິວານທັງຫລາຍເຫລົ່ານີ້ ແກ່ພຣະສົງຄ໌ ຂໍພຣະພິກຂຸສົງຄ໌ຈົ່ງຮັບ ຊຶ່ງຜ້າໄຕຣຈີວອນ ກັບທັງເຄື່ອງບໍຣິວານທັງຫລາຍເຫລົ່ານີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກຂອງພວກຂ້ານ້ອຍທັງຫລາຍ ສິ້ນກາລະນານເທີ້ນ ຯ
6. ຄຳຖວາຍຜ້າຈຳນຳພັນສາ
ອິມານິ ມະຍັງ ພັນເຕ ວັດສາວາສິກະຈີວະຣານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸ ໂນ ພັນເຕ ພິກຂຸສັງໂຄ ອິມານິ ວັດສາວາສິກະຈີວະຣານິ
ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ
ຂ້າແຕ່ພຣະສົ່ງຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າຈຳນຳພັນສາ ກັບທັງ ເຄື່ອງບໍຣິວາຣ ທັງຫລາຍເຫລົ່ານີ້ ແກ່ ພຣະພິກຂຸສົງຄ໌ ຂໍ ພຣະພິກຂຸສົງຄ໌ ຈົ່ງຮັບ ຊຶ່ງຜ້າຈຳນຳພັນສາ ກັບທັງ ເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ຂອງພວກຂ້ານ້ອຍ ທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກ ແກ່ພວກຂ້ານ້ອຍທັງຫລາຍ ສິ້ນກາລນານເທີ້ນ ຯ
7. ຄຳຖວາຍທຽນພັນສາ
ອິມານິ ມະຍັງ ພັນເຕ ວັສສິກະປະທີປານິ ສະປະຣິວາຣານິ ເຕມາສັງ ພຸທທັສສະ ປູຊະນັດຖາຍະ ອິມັສມິງ ອາວາເສ ນີຍາເທມະ ສາທຸ ໂນ ພັນເຕ
ອະຍັງ ເຕມາສັງ ວັສສິກະປະທີປານັງ ທານັສສະ ອານິສັງໂສ ອັມຫາກັນເຈວະ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ ນິພພານາຍະຈະ ຯ
ຂ້າແຕ່ພຣະສົງຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍທຽນພັນສາ ພ້ອມດ້ວຍເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ໄວ້ໃນອາວາສແຫ່ງນີ້ ເພື່ອເປັນພຸທທະບູຊາ ຕລອດພັນສາ ຂໍອະນິສົງແຫ່ງການຖວາຍທຽນພັນສາຕລອດພັນສານີ້ ຈົ່ງເປັນໄປເພື່ອປະໂຫຍດ ເພື່ອຄວາມສຸກ ເພື່ອມັຄຜົນນິພພານແກ່ພວກຂ້ານ້ອຍທັງຫລາຍ ຕລອດກາລນານເທີ້ນ ຯ
8. ຄຳຖວາຍຜ້າອາບນ້ຳຝົນ
ອິມານິ ມະຍັງ ພັນເຕ ວັສສີກະສາຕິການິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸໂນ ພັນເຕ ພິກຂຸສັງໂຄ
ອິມານິ ວັສສີກະສາຕິການິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັນເຈວະ ມາຕາປິຕຸ ທີນັນຈະ ປິຍະຊະນານັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ
ຂ້າແຕ່ພຣະສົງຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າອາບນ້ຳຝົນ ກັບທັງ ເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ແກ່ພຣະພິກຂຸສົງຄ໌ ຂໍພຣະພິກຂຸສົງຄ໌ຈົ່ງຮັບ. ຊຶ່ງຜ້າອາບນ້ຳຝົນ ກັບທັງ ເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກແກ່ພວກຂ້ານ້ອຍ ທັງຫລາຍ ມີມານດາ-ບິດາເປັນຕົ້ນ ຕະຫລອດກາລະນານເທີ້ນ ຯ
9. ຄຳຖວາຍຜ້າປ່າ
ອິມານິ ມະຍັງ ພັນເຕ ປັງສຸກູລະຈີວະຣານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸ ໂນພັນເຕ ພິກຂຸສັງໂຄ ອິມານິ ປັງສຸກູລະຈີວະຣານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະໆ
ຂ້າແຕ່ພຣະຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າບັງສະກຸນຈີວອນ (ຜ້າປ່າ) ກັບທັງ ເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ແກ່ພຣະພິກຂຸສົງຄ໌ ຂໍພຣະພິກຂຸສົງຄ໌ ຈົ່ງຮັບ. ຊຶ່ງຜ້າບັງສະກຸນຈີວອນ ກັບທັງ ເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກແກ່ພວກຂ້ານ້ອຍທັງຫລາຍ ຕະຫລອດກາລະນານເທີ້ນ ຯ
10. ຄຳຖວາຍຜາສາດເຜີ້ງ
ມະຍັງ ພັນເຕ ອິມັງ ສະປະຣິວາຣັງ ມະທຸປຸບຜະປາສາທັງ ອິມັສມິງ ວິຫາເຣ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸໂນ ພັນເຕ ພິກຂຸສັງໂຄ ອິມັງ ສະປະຣິວາຣັງ ມະທຸປຸບຜະປາສາທັງ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ.
ຂ້າແຕ່ພຣະພິກຂຸສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜາສາດດອກເຜີ້ງ ກັບທັງເຄື່ອງບໍຣິວາຣເຫລົ່ານີ້ ແກ່ ພຣະພິກຂຸສົງຄ໌ ຂໍພຣະພິກຂຸສົງຄ໌ ຈົ່ງຮັບ ເຊິ່ງຜາສາດດອກເຜີ້ງ ພ້ອມທັງເຄື່ອງບໍຣິວາຣເຫລົ່ານີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກແກ່ພວກຂ້ານ້ອຍທັງຫລາຍ ຕລອດກາລະນານເທີ້ນ ຯ
11. ຄຳຖວາຍຂອງໃສ່ບາຕ
ອິທັງ ທານັງ ສີລະວັນຕານັງ ພິຂູນັງ ນິຍາເທມິ ສຸທິນນັງ ວະຕະເມ ທານັງ ອາສະວັກຂະຍາວະຫັງ ນິພານະປັຈຈະໂຍ ໂຫຕຸ ຯ
ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍທານອັນນີ້ ແດ່ພຣະສົງຄ໌ຜູ້ມີສີລທັ້ງຫລາຍ ທານທີ່ພວກຂ້ານ້ອຍຖວາຍດີແລ້ວນີ້ ຈົ່ງເປັນປັຈຈັຍໃຫ້ເຖິງພຣະນິພພານດ້ວຍເທີ້ນ.
12. ຄຳຖວາຍພຣະພຸດທະຮູບ
ອິມັງ ພັນເຕ ພຸດທະຣູປັງ ສັງຂັສສະ ໂອໂນຊະຍາມະ ອາຍະຕິງ ສາສະນັສສະ ອະຕິໂຣຈະນາຍະ ຈະຖາວະຣາຍະ ຈະ ສາທຸ ໂນພັນເຕ ສັງໂຄ ອິມັງ ພຸດທະຣູປັງ ປະຕິຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະຯ
ຂ້າແຕ່ທ່ານທັງຫຼາຍຜູ້ຈະເລີິນ ຂ້າພະເຈົ້າທັງຫຼາຍ ຂໍນ້ອມຖວາຍເຊິ່ງພຣະພຸດທະຮູບນີ້ ແກ່ພຣະສົງ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເພື່ອຄວາມຖາວອນ ແຫ່ງພຣະສາສະໜາຕໍ່ໄປ ຂ້າແຕ່ທ່ານທັງຫຼາຍຜູ້ຈະເລີນ ຂໍພຣະສົງຈົ່ງຮັບ ເຊິ່ງພຣະພຸດທະຮູບນີ້ ຂອງຂ້າພະເຈົ້າທັງຫຼາຍ ເພື່ອປະໂຫຍດ ແລະຄວາມສຸກ ແກ່ຂ້າພະເຈົ້າທັງຫຼາຍ ສິ້ນການລະນານເຖີ້ນ ຯ
13. ຄໍາຖວາຍຜ້າກະຖິນ
ອິມັງ ພັນເຕ ສະປະຣິວາຣັງ ກະຖິນະຈີວະຣະທຸສສັງ ສັງຄັສສະ ໂອໂນຊະຍາມະ ສາທຸໂນ ພັນເຕ ສັງໂຄ ອິມັງ ສະປະຣິວາຣັງ ກະຖິນະທຸສສັງ ປະຕິກຄັນຫາຕຸ ປະຕິຄຄະເຫຕຕະວາ ຈະ ອິມິນາ ທຸສເສນະ ກະຖິນັງ ອັຕຖະຣະຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ
ຂ້າແຕ່ພຣະສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າກະຖິນ ກັບທັງເຄື່ອງບໍຣິວາຣນີ້ ແກ່ພຣະສົງຄ໌ ຂໍພຣະສົງຄ໌ຈົ່ງຮັບ, ເຊິ່ງຜ້າກະຖິນກັບທັງເຄື່ອງບໍຣິວາຣນີ້ ຂອງພວກຂ້ານ້ອຍທັງຫລາຍ ຄັນຮັບແລ້ວ ຈົ່ງກຣາບກະຖິນດ້ວຍຜ້ານີ້ ເພື່ອປະໂຫຍດແລະ ຄວາມສຸກ ແກ່ພວກຂ້ານ້ອຍຕລອດກາລະນານເທີ້ນ ຯ
14. ຄໍາຖວາຍຜ້າປ່າ
ອິມານິ ມະຍັງ ພັນເຕ ປັງສຸກູລະຈີວະຣານິ ສະປະຣິວາຣານິ ພິຂຸສັງຄັສສະ ໂອໂນຊະຍາມະ ສາທຸໂນ ພັນເຕ ພິຂຸສັງໂຄ, ອີມານິ ປັງສູກູລະຈີວະຣານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ ໆ.
ຂ້າແຕ່ພຣະສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າບັງສະກຸນຈີວອນ ກັບທັງເຄື່ອງບໍຣິວາຣນີ້ ແກ່ພຣະສົງຄ໌ ຂໍພຣະສົງຄ໌ຈົ່ງຮັບ, ເຊິ່ງຜ້າບັງສູກຸນຈີວອນ ກັບທັງເຄື່ອງບໍຣິວາຣນີ້ ຂອງພວກຂ້ານ້ອຍທັງຫລາຍ ເພື່ອປະໂຫຍດ ແລະ ຄວາມສຸກ ແກ່ພວກຂ້ານ້ອຍຕລອດກາລະນານເທິ້ນ.