ຄໍາສະມະທານນັ່ງສະມາທິ
ອຸກາສະ ອຸກາສະ ນະໂອກາດບັດນີ້ ພວກຂ້ານ້ອຍທັງຫຼາຍ ຂສະມາທານເອົາ ເຊິ່ງພຣະກຳມະຖານ ທີ່ພຣະພຸດທະເຈົ້າໄດ້ບັນຍັດໄວ້ດີແລ້ວ ຂໍຂະນິກະສະມາທິ ອຸປະຈາຣະສະມາທິ ອັບປັນນາສະມາທິ ແລະ ວິປັດສະນາຍານ. ຂໍຈົ່ງບັງເກິດຂື້ນໃນຂັນທະສັນດານຂອງພວກຂ້ານ້ອຍ ພວກຂ້ານ້ອຍຈະຕັ້ງສະມາທິກຳນົດໄວ້ ທີ່ລົມຫາຍໃຈເຂົ້າ-ອອກ ລົມຫາຍໃຈເຂົ້າຮູ້ ລົມຫາຍໃຈອອກຮູ້ ສາມຫົນ, ເຈັດຫົນ, ຮ້ອຍຫົນ ແລະ ພັນໜົນ ດ້ວຍຄວາມບໍ່ປະໝາດ ຕັ້ງແຕ່ບັດນີ້ເປັນຕົ້ນໄປເທີ້ນ.