ບົດພິຈາຣະນາສັງຂານ
ມະນຸດເຮົາເອີຍ ເກີດມາເຮັດຫຍັງ ນິພານມີສຸກ
ເປັນຫຍັງບໍ່ໄປ ຕັນຫາໜ່ວງໜັກ ໜ່ວງຊັກໜ່ວງໄວ້
ຂ້ອຍໄປບໍ່ໄດ້ ຕັນຫາຜູກພັນ ຫ່ວງນັ້ນພັນຜູກ
ຫ່ວງລູກຫ່ວງຫຼານ ຫ່ວງຊັບສິນເຮືອນຊານ ຈົ່ງສະຫຼະເສຍເຖີດ
ຈະໄດ້ໄປນິພານ ຂ້າມພົ້ນພົບສາມ ຍັງໜຸ່ມສາວນ້ອຍ
ໜ້າຕາຊື່ນຊ້ອຍ ງາມແລ້ວທຸກປະການ ແກ່ເຖົ້າໜັງຍານ
ແຕ່ລ້ວນເຄື່ອງເໝັນ ເອັນໃຫຍ່ເກົ້າຮ້ອຍ ເອັນນ້ອຍເກົ້າພັນ
ມັນມາທໍາເຂັນໃຈ ໃຫ້ຮ້ອນໃຫ້ເຢັນ ເມື່ອຍໝົດທັງຕົວ
ຂົນຄິ້ວກໍຂາວ ໃນຕາກໍມົວ ເສັ້ນຜົມເທິງຫົວ
ດໍາແລ້ວກັບຫງອກ ໜ້າຕາວໍ້າຫວອກ ເປັນໜ້າບັດສີ
ຈະລຸກກໍໂອຍ ຈະນັ່ງກໍໂອຍ ເໝືອນດອກໄມ້ໂຮຍ
ບໍ່ມີເກສອນ ຈະເຂົ້າທີ່ນອນ ຕ້ອງສອນພາວະນາ
ວ່າອານິດຈັງ ວະຕະສັງຂາຣາ ມະນຸດເກີດມາ
ມີແຕ່ຈະຕາຍ ຜູ້ດີເຂັນໃຈ ກໍຕາຍເໝືອນກັນ
ເງິນທອງທັ້ງນັ້ນ ບໍ່ຕິດໂຕໄປ ຕາຍໄປເປັນຜີ
ລູກເມຍຜົວຮັກ ເຂົາຊັກໜ້າໜີ ເຂົາເໝັນຊາກຜີ
ເປື່ອຍເນົ່າຜຸພອງ ໝູ່ຍາດພີ່ນ້ອງ ເຂົາຫ່າມເຮົາໄປ
ເຂົາວາງລົງໄວ້ ເຂົານັ່ງຮ້ອງໃຫ້ ແລ້ວກັບຄືນມາ
ຢູ່ແຕ່ຜູ້ດຽວ ປ່າໄມ້ຊາຍຊຽວ ຫຼຽວບໍ່ເຫັນໃຜ ຫັນແຕ່ຝູງແຮ້ງ
ເຫັນແຕ່ຝູງກາ ເຫັນແຕ່ຝູງໝາ ຍາດແຍ່ງກັນກິນ
ເບິ່ງໜ້າສົມເພດ ກະດູກກູເອີຍ ເຮ່ຍເຕັມແຜ່ນດິນ
ແຮ້ງກາໝາກີນ ເອົາເປັນອາຫານ ທ່ຽງຄືນສະຫງັດ
ຕື່ນຂື້ນບໍ່ນານ ບໍ່ເຫັນລູກຫຼານ ພີ່ນ້ອງເຜົ່າພັນ
ເຫັນແຕ່ນົກເຄົ້າ ຈັບຄອນຮຽງກັນ ເຫັນແຕ່ນົກແສກ
ຮ້ອງຮຽກລຽກຂວັນ ເຫັນແຕ່ຝູງຜິ ຮ້ອງໃຫ້ຫາກັນ
ມະນຸດເຮົາເອີຍ ຢ່າຫຼົງໜັກເລີຍ ບໍ່ມີແກ່ນສານ
ອົດສາທໍາບຸນ ຄໍ້າຈຸນເອົາໄວ້ ຈະໄດ້ໄປສະຫວັນ
ຈະໄດ້ທັນພຣະພຸດທະເຈົ້າ, ຈະໄດ້ເຂົ້າພຣະນິບພານ. ອະຫັງວັນທາ, ມີສັບພະໂສ, ອະຫັງວັນທາ, ມິນິບພານະ ປັດຈະໂຍໂຫຕຸ.