ບົດໄຫ້ວພຣະປະຈຳວັນ (ຂັ້ນຕົ້ນ)

ບູຊາພຣະຣັດຕະນະໄຕຣ

ອິມິນາ ສັກກາເຣນະ ຕັງ ພຸດທັງອະພິປູຊະຍາມິ (ຫລາຍຄົນໃຫ້ວ່າ: ມະ)ອະຣະຫັງສຳມາສຳພຸດໂທ ພະຄະວາ ພຸດທັງພະຄະວະຕັງ ອະພິວາເທມິ (ກາບລົງ)

ອິມິນາ ສັກກາເຣນະ ຕັງ ທຳມັງອະພິປູຊະຍາມິ (ຫລາຍຄົນໃຫ້ວ່າ: ມະ) ສະວາກຂະໂຕ ພະຄະວະຕາ ທຳໂມທຳມັງ ນະມັດສາມິ (ກາບລົງ)

ອິມິນາ ສັກກະເຣນະ ຕັງ ສັງຄັງອະພິປູຊະຍາມິ (ຫລາຍຄົນໃຫ້ວ່າ: ມະ) ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຂ ສັງຂັງນະມາມິ (ກາບລົງ)

 

ນ້ອມນະມັດສະການພຣະພຸດທະເຈົ້າ

ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)

ໄຕຣສະຣະນະຄົມ

ພຸດທັງສະຣະນັງຄັດສາມິ

ທຳມັງສະຣະນັງຄັດສາມິ

ສັງຄັງສະຣະນັງຄັດສາມິ

ທຸຕິຍຳປີ ພຸດທັງສະຣະນັງຄັດສາມິ

ທຸຕິຍຳປີ ທຳມັງສະຣະນັງຄັດສາມິ

ທຸຕິຍຳປີ ສັງຄັງສະຣະນັງຄັດສາມິ

ຕະຕິຍຳປີ ພຸດທັງສະຣະນັງຄັດສາມິ

ຕະຕິຍຳປີ ທຳມັງສະຣະນັງຄັດສາມິ

ຕະຕິຍຳປີ ສັງຄັງສະຣະນັງຄັດສາມິ

ພຸດທະຄຸນ

ອິຕິປິໂສ ພະຄະວາ ອະຣະຫັງສຳມາສຳພຸດໂທ ວິຊາຈະຣະນະສຳປັນໂນ ສຸຄະໂຕ ໂລກະວິທູ ອະນຸດຕະໂຣ ປຸຣິສະທຳມະສາຣະຖິສັດຖາ ເທວະມະນຸດສານັງ ພຸດໂທພະຄະວາຕິ.

ທຳມະຄຸນ

ສະວາກຂາໂຕ ພະຄະວະຕາ ທຳໂມ ສັນທິຖິໂກ ອະກາລິໂກ ເອຫິປັດສິໂກ ໂອປະນະຍິໂກ ປັດຈັດຕັງ ເວທິຕັບໂພ ວິນຍູຫິຕິ.

ສັງຂະຄຸນ

ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ

ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ

ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ

ສາມິຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ

ຍະທິທັງ ຈັດຕາຣິ ປຸຣິສະຍຸຄານິ ອັດຖະ ປຸຣິສະປຸກຄະລາ ເອສະພະຄະວະໂຕ ສາວະກະສັງໂຄ ອາຫຸໄນໂຍ ປາຫຸໄນໂຍ ທັກຂິນໄນໂຍ ອັນຊະລິກະຣະນິໂຍ ອະນຸດຕະຣັງ ປຸນຍັກເຂດຕັງ ໂລກັດສະຕິ.

ແຜ່ເມດຕາໃຫ້ຕົນເອງ

ອະຫັງ ສຸຂິໂຕໂຫມິ          ຂໍໃຫ້ຂ້າພະເຈົ້າ ມີຄວາມສຸກ

ອະຫັງ ນິທຸກໂຂໂຫມິ        ຂໍໃຫ້ຂ້າພະເຈົ້າ ປາສະຈາກຄວາມທຸກ

ອະຫັງ ອະເວໂຣໂຫມິ       ຂໍໃຫ້ຂ້າພະເຈົ້າ ປາສະຈາກເວນ

ອະຫັງ ອັບພະຍາປັດໂຊໂຫມິ   ຂໍໃຫ້ຂ້າພະເຈົ້າ ປາສະຈາກອຸປະສັກອັນຕະລາຍທັງປວງ

ສຸຂີອັດຕານັງ ປະຣິຫະຣາມິ     ຂໍໃຫ້ຂ້າພະເຈົ້າ ມີຄວາມສຸກກາຍ-ສຸກໃຈ ຮັກສາກາຍວາຈາໃຈ ໃຫ້ພົ້ນຈາກຄວາມທຸກໄພທັງປວງເຖິດ

ແຜ່ເມດຕາໃຫ້ສັພພະສັດ

ສັບເພສັດຕາ       ສັດທັງຫລາຍທັງປວງ ທີ່ເປັນເພື່ອນທຸກ ເກີດ ແກ່ ເຈັບ ຕາຍ ດ້ວຍກັນໝົດທັງສີ້ນ

ອະເວຣາໂຫນຕຸ        ຈົ່ງເປັນສຸກເປັນສຸກເຖິ້ນ ຢ່າໄດ້ມີເວນແກ່ກັນ ແລະ ກັນເລີຍ

ອັບພະຍາປັດຊາໂຫນຕຸ    ຈົ່ງເປັນສຸກເປັນສຸກເຖິ້ນ ຢ່າໄດ້ບຽດບຽນ ຊື່ງກັນ ແລະ ກັນເລີຍ

ອະນິຄາໂຫນຕຸ         ຈົ່ງເປັນສຸກເປັນສຸກເຖິ້ນ ຢ່າໄດ້ມີຄວາມທຸກກາຍທຸກໃຈເລີຍ

ສຸຂິອັດຕານັງປະຣິຫະຣັນຕຸ ຈົ່ງມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້ພົ້ນຈາກທຸກໄພທັງສີ້ນເຖີ້ນ