ໄຫ້ວພຣະທາດເກດແກ້ວ
ອິຕິປິໂສ ພະຄະວາ ອະຣະຫັງ ສໍາມາ ສຳພຸດໂທ ນະໂມຂ້າຈັກໄຫວ້ພຣະ ພຸທທະເຈົ້າ ທຸກໆພຣະອົງ ເມື່ອຜູ້ຂ້າ, ຈະດັບຈິດໄປ ຂໍຢ່າໃຫ້ຫຼົງໄຫຼ ຕັ້ງໃຈ ຈໍານົງຕົງຕໍ່ ພຣະນິບພານ ຂໍໃຫ້ພົບດວງແກ້ວ ຂໍໃຫ້ແຄ້ວໝູ່ມານ ຂໍໃຫ້ ພົບພຣະສີອານ ນະມັດສະການ ພຣະພຸດທະບາດ ພຣະທາດເຈດີ ພຣະເກດ ພຣະແກ້ວຈຸລະມະນີ ພຣະສີສັນເພັດ ຂໍໃຫ້ຈົ່ງສໍາເລັດດັ່ງປາຖະນາ ພຣະເຈົ້າສັ່ງໄວ້ວ່າ ໃຫ້ພາວະນາ ທຸກຂັງ ອະນິດຈັງ ອະນັດຕາ ອະຣະຫັງ ສໍາມາສຳພຸດໂທ.
ນະໂມຂ້າຈັກໄຫວ້, ພຣະທຳມະເຈົ້າ ຂອງພຣະພຸດທະອົງ ເມື່ອຜູ້ຂ້າຈະດັບຈິດໄປ ຂໍຢ່າໃຫ້ຫຼົງໄຫຼ ຕັ້ງໃຈຈຳນົງຕົງຕໍ່ພຣະນິບພານ ຂໍໃຫ້ພົບດວງແກ້ວ ຂໍໃຫ້ແຄ້ວໝູ່ມານ ຂໍໃຫ້ພົບພຣະສີອານ ນະມັດສະການ ພຣະພຸດ ທະບາດ ພຣະທາດເຈດີ ພຣະເກດ ພຣະແກ້ວຈຸລະມະນີ ພຣະສີສັນເພັດ ຂໍໃຫ້ສຳເລັດດັ່ງປາຖະນາ ພຣະເຈົ້າສັ່ງໄວ້ວ່າ ໃຫ້ພາວະນາ ທຸກຂັງ ອະນິດຈັງ ອະນັດຕາ ອະຣະຫັງ ສຳມາສຳພຸດໂທ.
ນະໂມຂ້າຈັກໄຫວ້, ພຣະສັງຄະເຈົ້າ ທຸກໆພຣະອົງ ເມື່ອຜູ້ຂ້າຈະດັບຈິດໄປ ຂໍຢ່າໃຫ້ຫຼົງໄຫຼ ຕັ້ງໃຈຈໍານົງຕົງຕໍ່ພຣະນິບພານ ຂໍໃຫ້ພົບດວງແກ້ວ ຂໍໃຫ້ແຄ້ວໝູ່ມານ ຂໍໃຫ້ພົບພຣະສີອານ ນະມັດສະການ ພຣະພຸດທະບາດ ພຣະທາດເຈດີ ພຣະເກດ ພຣະແກ້ວຈຸລະມະນີ ພຣະສີສັນເພັດ ຂໍໃຫ້ສໍາເລັດດັ່ງປາຖະນາ ພຣະເຈົ້າສັ່ງໄວ້ວ່າ ໃຫ້ພາວະນາ ທຸກຂັງ ອະນິດຈັງ ອະນັດຕາ ອະຣະຫັງ ສຳມາສຳພຸດໂທຕິ.