ບົດແຜ່ສ່ວນກຸສົນ
• ອິທັງເມ ມາຕາປີຕຸນັງໂຫຕຸ ສຸຂິຕາໂຫນຕຸ ມາຕາປີຕະໂຣ: ຂໍສ່ວນບຸນນີ້ຈົ່ງສຳເລັດແກ່ບິດາ-ມານດາຂອງຂ້າພະເຈົ້າ ຂໍໃຫ້ບິດາມານດາ ຂອງຂ້າພະເຈົ້າ ຈົ່ງມີຄວາມສຸກ.
• ອິທັງເມ ຍາຕິນັງໂຫຕຸ ສຸຂິຕາໂຫນຕຸ ຍາຕະໂຍ: ຂໍສ່ວນບຸນນີ້ຈົ່ງສໍາເລັດແກ່ ຍາດທັງຫຼາຍຂອງຂ້າພະເຈົ້າ ຂໍໃຫ້ຍາດທັງຫຼາຍຂອງຂ້າພະເຈົ້າ ຈົ່ງມີຄວາມສຸກ.
• ອິທັງເມ ຄຣູປັດຊາຍາ ຈະຣິຍານັງ ໂຫຕຸ ສຸຂິຕາໂຫນຕຸ ຄຣູປັດຊາຍາ ຈະຣິຍາ: ຂໍສ່ວນບຸນນີ້ຈົ່ງສໍາເລັດແກ່ ຄູອຸປັດຊາອາຈານຂອງຂ້າພະເຈົ້າ ຂໍໃຫ້ຄູອຸປັດຊາອາຈານຂອງຂ້າພະເຈົ້າ ຈົ່ງມີຄວາມສຸກ.
• ອິທັງ ສັບພະເທວະຕານັງໂຫຕຸ ສຸຂິຕາ ໂຫນຕຸ ສັບເພເທວາ: ຂໍສ່ວນບຸນນີ້ຈົ່ງສໍາເລັດແກ່ ເທວະດາທັງຫຼາຍທັງປວງ ຂໍໃຫ້ເທວະດາ ທັງຫຼາຍທັງປວງ ຈົ່ງມີຄວາມສຸກ.
• ອິທັງ ສັບພະເປຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັບເພເປຕາ: ຂໍສ່ວນບຸນນີ້ຈົ່ງສໍາເລັດແກ່ ເປດທັງຫຼາຍທັງປວງ ຂໍໃຫ້ເປດທັງຫຼາຍທັງປວງຈົ່ງມີຄວາມສຸກ.
• ອິທັງ ສັບພະເວຣີນັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພເວຣີ: ຂໍສ່ວນບຸນນີ້ ຈົ່ງສຳເລັດແກ່ ເຈົ້າກຳນາຍເວນທັງຫຼາຍທັງປວງ ຂໍໃຫ້ເຈົ້າກຳ ນາຍເວນທັງຫຼາຍທັງປວງ ຈົ່ງມີຄວາມສຸກ.
• ອິທັງ ສັບພະສັດຕານັງ ໂຫຕຸ ສຸຂິຕາໂຫນຕຸ ສັບເພສັດຕາ: ຂໍສ່ວນບຸນນີ້ຈົ່ງສໍາເລັດແກ່ ສັດທັງຫຼາຍທັງປວງ ຂໍໃຫ້ສັດທັງຫຼາຍທັງ ປວງຈົ່ງມີຄວາມສຸກທົ່ວໜ້າກັນເທີ້ນ.