ບົດຢາດນ້ຳອຸທິດສ່ວນກຸສົນ
ອິທັງ ເມ ມາຕາປິຕຸນັງ ໂຫຕຸ ສຸຂິຕາ ໂຫນຕຸ ມາຕາປິຕະໂຣ
ຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ມານດາ-ບິດາຂອງຂ້າພະເຈົ້າ ຂໍໃຫ້ມານດາ-ບິດາຂອງຂ້າພະເຈົ້າຈົ່ງມີຄວາມສຸກ
ອິທັງ ເມ ຍາຕິນັງ ໂຫຕຸ ສຸຂິຕາ ໂຫນຕຸ ຍາຕະໂຍ.
ຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ຍາດທັ້ງຫລາຍຂອງຂ້າພະເຈົ້າ ຂໍໃຫ້ຍາດທັ້ງຫລາຍຂອງຂ້າພະເຈົ້າ ຈົ່ງມີຄວາມສຸກ
ອິທັງ ເມ ຄຸຣູປັຊຊາຍາຈະຣິຍານັງ ໂຫຕຸ ສຸຂິຕາ ໂຫນຕຸ ຄຸຣູປັຊຊາຍາຈະຣິຍາ
ຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ຄຣູອຸປັຊຊາອາຈານຂອງຂ້າພະເຈົ້າ ຂໍໃຫ້ຄຣູອຸປັຊຊາອາຈານຂອງຂ້າພະເຈົ້າຈົ່ງມີຄວາມສຸກ
ອິທັງ ສັພພະເທວະຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພເທວາ
ຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ເທວະດາທັ້ງຫລາຍທັ້ງປວງ ຂໍໃຫ້ເທວະດາທັ້ງຫລາຍທັ້ງປວງຈົ່ງມີຄວາມສຸກ
ອິທັງ ສັພພະເປຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພເປຕາ
ຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ເປດທັ້ງຫລາຍທັ້ງປວງ ຂໍໃຫ້ເປດທັ້ງຫລາຍທັ້ງປວງ ຈົ່ງມີຄວາມສຸກ
ອິທັງ ສັພພະເວຣີນັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພເວຣີ
ຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ເຈົ້າກັມນາຍເວນທັ້ງຫລາຍທັ້ງປວງ ຂໍໃຫ້ ເຈົ້າກັມນາຍເວນທັ້ງຫລາຍທັ້ງປວງຈົ່ງມີຄວາມສຸກ
ອິທັງ ສັພພະສັດຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພສັດຕາ,
ຂໍສ່ວນບຸນນີ້ ຈົ່ງສຳເຣັດແກ່ ສັດທັງຫລາຍທັ້ງປວງ ຂໍໃຫ້ ສັດທັ້ງຫລາຍທັ້ງປວງຈົ່ົງມີຄວາມສຸກ