ສີນ 227 ສຳລັບພຣະພິຂຸສົງ
ສິນ 227ຂໍ້ ເປັນສີນຫລືຂໍ້ຫ້າມຂອງພຣະພິຂຸສົງ ເຖຣະວາດ ຕາມພຣະວິໃນບັນຍັດ ຈັດຢູ່ໃນສ່ວນອາທິພົມະຈາຣິຍະກາສິກຂາ. ສິນ 227 ເປັນສິກຂາບົດໃນພຣະປະຕິໂມກ ທີ່ພຣະພຸດທະເຈົ້າຊົງວາງຂໍ້ກຳນົດໄວ້ບໍ່ໃຫ້ລະເມີດ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຄະນະສົງ ແລະ ເພື່ອເປັນຂໍ້ປະຕິບັດພື້ນຖານ ອັນເອື້ອເຝື້ອຕໍ່ການປະພຶດພົມມະຈັນຂອງພຣະພິຂຸສົງ, ມີໂທດໃນການລ່ວງລະເມີດຮ້າຍແຮງທີ່ສຸດເຖິງຂັ້ນປາຣາສຶກ ຫລື ຂາດຈາກການເປັນພຣະສົົງ.
ສິນ 227 ຫລື ພຣະວິໄນ ຜູ້ກະທຳຜິດສິນເອີ້ນວ່າ: ລ່ວງພຣະວິໃນ ເປັນອາບັດ ລະດັບຊັ້ນຕ່າງໆ ຕາມຄວາມ ໜັກເບົາ ສາມາດແບ່ງລະດັບຄວາມອາບັດອອກໄດ້ເປັນລຳດັບຂັ້ນ ຕັ້ງແຕ່ຂັ້ນຮ້າຍແຮງຈົນຮອດເບົາທີ່ສຸດ. ໃນອາບັດລະດັບເບົາຈະຕ້ອງມີການເປີດເຜີຍຄວາມຜິດ ເຊັ່ນ: ປາຈິດຕິ ສາມາດແກ້ໄດ້ໂດຍກ່າວສະແດງຄວາມຜິດຂອງຕົນ ກັບພຣະພິຂຸສົງອື່ນ ເພື່ອເປັນການສະແດງເຖິງຄວາມສຳນຶກຜິດ ແລະ ເພື່ອຈະຕັ້ງໃຈປະພຶດຕົນໃໝ່ ຫລື ເອີ້ນວ່າ ການສະແດງອາບັດ. ການປົງອາບັດ ແຕ່ຖ້າເຖີງຂັ້ນປາຣາສຶກ ຍ່ອມຂາດຈາກການເປັນພຣະ ແລະ ບໍ່ສາມາດບວດເປັນພຣະສົງໄດ້ອີກ.
ປາຣາຊຶກ 4 ຂໍ້
ເສບເມຖຸນ ແມ້ແຕ່ກັບສັດເດຍລະສານໂຕແມ່ (ຮ່ວມສັງວາດກັບຄົນຫຼືສັດ)
ເອົາສິ່ງຂອງທີ່່ເຈົ້າຂອງບໍ່ໄດ້ໃຫ້ມາເປັນຂອງຕົນ ຈາກບ້ານກໍຕາມຈາກປ່າກໍ່ຕາມ (ຂີ້ລັກ).
ພັດພາກກາຍມະນຸດຈາກຊີວິດ (ຂ້າຄົນ) ຫລື ສະແຫວ່ງຫາສາດຕຣາ ທີ່ຈະນຳໄປສູ່ຄວາມຕາຍແກ່ຮ່າງກາຍຂອງມະນຸດ.
ກ່າວອວດອຸດຕຣີມມະນຸດສະທັມ ອັນເປັນຄວາມເຫັນຢ່າງປະເສີດ, ຢ່າງສາມາດ ນ້ອມເຂົ້າໃຈຕົວເອງວ່າ ຂ້າພະເຈົ້າຮູ້ຢ່າງນີ້ ຂ້າພະເຈົ້າເຫັນຢ່າງນີ້ (ບໍ່ຮູ້ຈິງແຕ່ອວດຄວາມສາມາດຂອງຕົນເອງ).
ສັງຂາທິເສດ ມີ 13 ຂໍ້
ປ່ອຍນໍ້າອະສຸຈິ ດ້ວຍຄວາມຈົງໃຈ ຍົກເວັ້ນໄວ້ແຕ່ຝັນ
ສະແດງອາລົມທາງກຳມະຄຸນ, ຈັບມື, ຈັບຊ້ອງຜົມ, ລູບຄຳ ແລະ ຈັບຕ້ອງອະໄວຍະວະອັນໃດໜຶ່ງຂອງຜູ້ຍິງ.
ເວົ້າຈາຫຍາບຄາຍ, ເກາະເກະ ແລະ ກຽ້ວພາລາສີຜູ້ຍິງດ້ວຍຖອຍຄຳຕ້ອງການເສກເມຖຸນ
ກ່າວເຖິງເມຖຸນໃນການບຳເລີຕົນດ້ວຍກາມ ຫລື ຖ້ອຍຄຳພາດພີງການຮ່ວມປະເວນີ.
ທຳຕົວເປັນສືຮັກ ບອກຄວາມຕ້ອງການໃຫ້ອີກຝ່າຍໜຶ່ງກັບຍິງ ຫລື ຊາຍ, ເຖິງວ່າຈະເປັນສາມີ-ພັນລະຍາ ຫລື ແມ້ແຕ່ຍິງຂາຍບໍລິການ.
ສ້າງກຸດຕິດ້ວຍການຂໍ
ສ້າງວິຫານໃຫ່ຍ ໂດຍພຣະສົງບໍ່ໄດ້ກຳນົດບ່ອນໃຫ້ ຮຸກຮານຄົນອື່ນ.
ແກ້ງໃສ່ຄວາມວ່າປາຣາສຶກໂດຍບໍ່ມີຂໍ້ມູນ.
ແກ້ງສົມມຸດ ແລ້ວໃສ່ຄວາມວ່າປາຣາຊຶກໂດຍບໍ່ມີຂໍ້ມູນ.
ຍຸແຍ່ສົງໃຫ້ແຕກກັນ.
ເປັນພວກຂອງຜູ້ທີ່ທຳສົງໃຫ້ແຕກແຍກກັນ.
ເປັນຜູ້ເວົ້າຍາກສອນຍາກ ແລະ ຕ້ອງຖືກຕັກເຕືອນເຖິງສາມຄັ້ງ.
ທຳຕົວເປັນເໝືອນຄົນຮັບໃຊ້ປະຈົບປະແຈງຄະລຶກຫັດ.
ອະນິຍະຕະກັນ ມີ 2 ຂໍ້
ການນັ່ງໃນທີ່ລັບສາຍຕາ ມີອັນປິດບັງຢູ່ກັບຜູ້ຍິງ ແລະ ມີຜູ້ມາເຫັນທີ່ເປັນຜູ້ເຊື່ອຖືໄດ້, ເວົ້າຂື້ນດ້ວຍທຳສາມປະການ ອັນໃດອັນໜຶ່ງ ກ່າວແກ່ພິຂຸນັ້ນໄດ້ແກ່: ປາຣາຊຶກກໍດີ, ສັງຂາທິເສດກໍດີ ຫລື ປາຈິດກໍດີ ພິຂຸນັ້ນຖືວ່າມີຄວາມຜິດຕາມອຸບາສົກ ຜູ້ນັ້ນກ່າວ.
ໃນສະຖານທີ່ທີ່ບໍ່ລັບຕາຄົນອື່ນ ແຕ່ມີການເວົ້າຈາເກາະແກະກັບຜູ້ຍິງຢູ່ສອງຕໍ່ສອງກັບພິຂຸຜູ້ດຽວ ແລະ ມີຜູ້ມາເຫັນທີ່ເປັນຜູ້ເຊື່ອຖືໄດ້ ເວົ້າຂື້ນດ້ວຍທຳສອງປະການ ອັນໃດອັນໜຶ່ງ ກ່າວແກ່ພິຂຸນັ້ນໄດ້ແກ່ ສັງຂາທິເສດກໍດີ ຫລື ປາຈິດຕີກໍດີ ພິຂຸນັ້ນຖືວ່າມີຄວາມຜິດຕາມອຸບາສົກ ທີ່ຜູ້ນັ້ນກ່າວ.
ນິສສັກຄິຍະປາຈິດຕີ ວ່າດ້ວຍເລື່ອງຈີວອນ ມີ 30 ຂໍ້
ເກັບຈີວອນທີ່ເກີນຄວາມຈຳເປັນເກີນ 10 ວັນ
ຢູ່ໂດຍປາສະຈາກຜ້າຈີວອນແມ້ແຕ່ຄືນດຽວ
ເກັບຜ້າທີ່ຈະທຳຈີວອນໄວ້ເກີນ 1 ເດືອນ
ໃຊ້ໃຫ້ນັກບວດຍິງ (ພິຂຸນີ) ຊັກຜ້າໃຫ້
ຮັບຈີວອນຈາກມືຂອງນັກບວດຍິງ
ຂໍຈີວອນຈາກຄາຣະວາດທີ່ບໍ່ແມ່ນຍາດຕິພີ້ນ້ອງ ເວັ້ນແຕ່ຈີວອນຫາຍ ຫລື ຖືກລັກໄປ.
ຮັບຈີວອນເກີນກວ່າທີ່ໃຊ້ນຸ່ງ ເມື່ອຈີວອນຖືກຍາດໄປ ຫລື ຫາຍໄປ.
ເວົ້າໃນທຳນອງຂໍຈີວອນດີໆ ກວ່າທີ່ເຂົາກຳນົດຈະຖວາຍ (ທີ່ຕັ້ງໃຈໄວ້).
ເວົ້າໃນທຳນອງໃຫ້ຄົນອື່ນລວມກັນຊື້ຈີວອນດີໆ ມາຖວາຍ.
ທວງຖ່າມຈີວອນຈາກຄົນທີ່ຮັບອາສາ ເພື່ອຊີື້ຈີວອນມາຖວາຍເກີນ 3 ຄັ້ງ.
ຫລໍ່ເຄື່ອງປູນັ່ງທີ່ເຈືອດ້ວຍໄຫມ.
ຫລໍ່ເຄື່ອງປູນັ່ງດ້ວຍຂົນຈຽມ (ຂົ່ນແພະ, ແກະ) ດຳລ້ວນ.
ໃຊ້ຂົນຈຽມດຳເກີນ 2 ໃນ 4 ສ່ວນ ເພື່ອຫລໍ່ເຄື່ອງປູນັ່ງ.
ຫລໍ່ເຄື່ອງປູນັ່ງໃໝ່ ເມື່ອຂອງເດີ່ມຍັງໃຊ້ບໍ່ເຖິງ 6 ປີ.
ເມື່ອຫລໍ່ເຄື່ອງປູນັ່ງໃໝ່ ໃຫ້ເອົາຂອງເກົ່າເຈື່ອປົນລົງໄປພ້ອມ.
ນຳເອົາຂົນຈຽມໄປດ້ວຍຕົນເອງເກີນ 3 ໂຍກ ເວັ້ນແຕ່ມີຜູ້ນຳໄປໃຫ້.
ໃຊ້ນັກບວດຍິງທີ່ບໍ່ແມ່ນຍາດພີ້ນ້ອງທຳຄວາມສະອາດຂົນຈຽມ.
ຮັບເງິນ-ຄຳ
ຊື້-ຂາຍດ້ວຍເງິນຄຳ
ຊື້-ຂາຍໂດຍໃຊ້ຂອງແລກ
ເກັບບາດໄວ້ໃຊ້ ເກີນຄວາມຈຳເປັນ 10 ວັນ
ຂໍບາດໃຫມ່ເມື່ອບາດມີຮອຍຜິດປົກກະຕິບໍ່ເກີນ 5 ແຫ່ງ
ເກັບຮັກສາເພຊັສ 5 (ເນີຍໃສ, ເນີຍຂຸ້ນ ນ້ຳມັນ, ນ້ຳເຜີ້ງ, ນ້ຳອອ້ຍ) ໄວ້ເກີນ 7 ວັນ
ສະແຫວ່ງຫາ ແລະ ທຳຜ້າອາບນ້ຳຝົນໄວ້ເກີນກຳນົດ 1 ເດືອນກ່ອນຮອດລະດູຝົນ
ເອົາຜ້າຈີວອນໃຫ້ພຣະອົງອື່ນ ແລ້ວເອົາຄືນພາຍຫລັງ
ຂໍດ້າຍເອົາມາທໍເປັນຈີວອນ
ກຳນົດໃຫ້ຊ່າງທໍທຳໃຫ້ດີຂື້ນ
ເກັບຜ້າຈຳພັນສາ (ຜ້າທີ່ຖວາຍພິຂຸເພື່ອຈໍາພັນສາ) ເກີນກໍານົດ
ເມື່ອຢູ່ປ່າ ແລ້ວເກັບຜ້າຈີວອນໄວ້ໃນບ້ານເກີນ 6 ຄືນ
ລາກສົງມາເພື່ອໃຫ້ເຂົາຖວາຍຕົນເອງ
ປາຈິດຕີ ມີທັງ ໝົດ 92 ຂໍ້ດັ່ງຕໍ່ໄປນີ້
ຫ້າມເວົ້າຂີ້ຕົວະ
ຫ້າມດ່າ
ຫ້າມເວົ້າສໍສຽດ
ຫ້າມກ່າວທຳ ພ້ອມກັບຜູ້ບໍ່ໄດ້ບວດໃນຂະນະສອນ
ຢ່ານອນຮ່ວມກັບຜູ້ທີ່ບໍ່ແມ່ນພະສົງ ເປັນເວລາຫຼາຍກວ່າ 3 ຄືນ
ຫ້າມນອນຮ່ວມກັບຜູ້ຍິງ
ຫ້າມສະແດງທຳສອງຕໍ່ສອງກັບຜູ້ຍິງ
ຫ້າມບອກຄຸນວິເສດທີ່ມີຈິງ ກັບຄົນທີ່ບໍ່ໄດ້ບວດ
ຫ້າມບອກອາບັດຊົ່ວຊ້າຂອງພະສົງໃຫ້ກັບຜູ້ທີ່ບໍ່ໄດ້ບວດ
ຫ້າມຂຸດດີນ ຫລື ໃຊ້ໃຫ້ຂຸດດີນ
ຫ້າມທຳລາຍຕົ້ນໄມ້
ຫ້າມເວົ້າໂລເລໃນເວລາທີ່ຖືກສືບສວນ
ຫ້າມຕິຕຽນພິຂຸ ຜູ້ທຳການສົງໂດຍຊອບ
ຫ້າມປະຖີ້ມຕຽງຕັ່ງຂອງສົງໄວ້ກາງແຈ້ງ
ຫ້າມປະປ່ອຍບ່ອນນອນໄວ້ໂດຍບໍ່ເກັບມ້ຽນ
ຫ້າມເຂົ້ານອນແຊກພິຂຸຜູ້ເຂົ້າໄປນອນກອ່ນ
ຫ້າມລັກພາຕົວພິຂຸສົງອອກຈາກວິຫານຂອງສົງ
ຫ້າມນັ່ງນອນທັບຕຽງ ຫລື ຕັ່ງທີ່ຢູ່ຊັ້ນເທິງ
ຫ້າມມຸງຫລັງຄາຂອງວິຫານເກີນ 3 ຊັ້ນ
ຫ້າມເອົານ້ຳທີ່ມີສັດຢູ່ຫົດຫຍ້າ ຫລື ດີນ
ຫ້າມສອນນັກບວດຍິງ ເມື່ອບໍ່ໄດ້ຮັັບການມອບໝາຍ
ຫ້າມສອນນັກບວດຍິງ ເມື່ອຕາເວັນຕົກແລ້ວ
ຫ້າມໄປສອນນັກບວດຍິງເຖິງທີ່ຢູ່
ຫ້າມຕິຕຽນພິຂຸອື່ນວ່າ ສອນນັກບວດຍິງເພາະເຫັນແກ່ລາບ
ຫ້າມໃຫ້ຈີວອນແກ່ນັກບວດຍິງຜູ້ທີ່ບໍ່ແມ່ນຍາດຕິພີ້ນ້ອງ
ຫ້າມຫຍິບຜ້າຈີວອນໃຫ້ນັກບວດຍິງທີ່ບໍ່ແມ່ນຍາດຕິພີ້ນອ້ງ
ຫ້າມເດີນທາງໄກຮ່ວມກັບນັກບວດຍິງ
ຫ້າມຊວນນັກບວດຍິງເດີນທາງເຮືອຮ່ວມກັນ
ຫ້າມສັນອາຫານທີ່ນັກບວດຍິງແນະນຳໃຫ້ເຂົາເອົາໄປຖວາຍ
ຫ້າມນັ່ງຢູ່ທີ່ລັບສອງຕໍ່ສອງກັບນັກບວດຍິງ
ຫ້າມສັນອາຫານໃນໂຮງພັກເດີນທາງເກີນ 3 ວັນ
ຫ້າມສັນອາຫານລວມກຸ່ມ
ຫ້າມຮັບນິມົນແລ້ວໄປສັນອາຫານບ່ອນອື່ນ
ຫ້າມຮັບບິນທະບາດເກີນ 4 ບາດ
ຫ້າມສັນອີກເມື່ອສັນໃນທີ່ນິມົນແລ້ວ
ຫ້າມເວົ້າໃຫ້ພິຂຸທີິ່ສັນແລ້ວສັນອີກເພື່ອຈັບຜິດ
ຫ້າມສັນອາຫານໃນເວລາວິການ (ຫລັງຈາກທ່ຽງເປັນຕົ້ນໄປ)
ຫ້າມສັນອາຫານທີ່ເກັບໄວ້ຄ້າງຄືນ
ຫ້າມຂໍອາຫານປະນີດມາເພື່ອສັນເອງ
ຫ້າມສັນອາຫານທີ່ບໍ່ໄດ້ປະເຄນ
ຫ້າມຍື່ນອາຫານດ້ວຍມືໃຫ້ແມ່ຂາວ ແລະ ນັກບວດອື່ນໆ
ຫ້າມຊວນພິຂຸໄປບິນທະບາດ ແລ້ວໄລ່ກັບ
ຫ້າມເຂົ້າແຊກແຊງໃນຕະກຸນທີ່ມີຄົນສອງຄົນ
ຫ້າມນັ່ງໃນທີ່ລັບທີ່ມີກຳບັງກັບຜູ້ຍິງ
ຫ້າມນັ່ງໃນທີ່ລັບ (ຫູ) ສອງຕໍ່ສອງກັບຜູ້ຍິງ
ຫ້າມຮັບນິມົນແລ້ວໄປບ່ອນອື່ນໂດຍບໍ່ແຈ້ງກັບ
ຫ້າມຂໍເຄື່ອງເກີນກຳນົດເວລາທີ່ເຂົາອະນຸຍາດໃຫ້
ຫ້າມໄປເບີ່ງກອງທັບທີ່ເຄື່ອນຍ້າຍໄປ
ຫ້າມພັກຢູ່ໃນກອງທັບເກີນ 3 ຄືນ
ຫ້າມເບີ່ງເຂົາຕໍ່ສູ້ກັນ ເປັນຕົ້ນເມື່ອໄປໃນກອງທັບ
ຫ້າມດື່ມເຫລົ້າເບຍ-ຂອງມື່ນເມົາ
ຫ້າມຈີ້ພິຂຸ
ຫ້າມລອຍນ້ຳຫລິ້ນ
ຫ້າມຫລອກພິຂຸໃຫ້ຢ້ານກົວ
ຫ້າມສະແດງຄວາມບໍ່ເອື້ອເຟື້ອໃນວິໃນ
ຫ້າມດັງໄຟເພື່ອຝີງ
ຫ້າມອາບນ້ຳເລື່ອຍໆ ເວັ້ນແຕ່ມີເຫດຜົນ
ໃຫ້ທຳເຄື່ີອງໝາຍເຄື່ອງນຸ່ງຫົ່ມ
ວິກັບຈີວອນ (ເກັບຈີວອນໄວ້) (ທໍາໃຫ້ເປັນສອງເຈົ້າຂອງ-ໃຫ້ຢືມໃຊ້) ຈະໃຊ້ຕ້ອງຖ່ອນກ່ອນ
ຫ້າມຫລີ້ນແລະເຊື່ອງບໍລິຂານຂອງພິຂຸອື່ນ
ຫ້າມຂ້າສັດ
ຫ້າມໃຊ້ນ້ຳທີ່ມີໂຕສັດ
ຫ້າມຮື້ຟື້ນອະທິກອນ (ຄະດີຄວາມ-ຂໍ້ຄັດແຍ້ງ) ທີ່ຊຳລະເປັນທຳແລ້ວ
ຫ້າມປົກປິດອາບັດຊົ່ວຮ້າຍຂອງພິຂຸອື່ນ
ຫ້າມບວດຄົນອາຍຸບໍ່ຮອດ 20 ປີ
ຫ້າມຊວນພໍ່ຄ້າຜູ້ໜີພາສີເດີນທາງຮ່ວມກັນ
ຫ້າມຊວນຜູ້ຍິງເດີນທາງຮ່ວມກັນ
ຫ້າມກ່າວຕູ່ພຣະທຳວິໃນ (ພິຂຸອື່ນ ຫ້າມແລະສວດປຣະກາດເກີນ 3 ຄັ້ງ)
ຫ້າມຄົບພຣະພິຂຸຜູ່ທີ່ກ່າວຕູ່ພຣະທຳມະວິໃນ
ຫ້າມຄົບຫາສາມະເນນຜູ້ທີ່ກ່າວຕູ່ພຣະທຳມະວິໃນ
ຫ້າມເວົ້າຫຍາບຄາຍໂລເລເມື່ອທຳຜິດແລ້ວ
ຫ້າມກ່າວຕິຕຽນພຣະວິໃນ
ຫ້າມເວົ້າແກ້ຕົວວ່າຫາກໍຮູ້ວ່າມີໃນປາຕິໂມກ
ຫ້າມທຳຮ້າຍຮ່າງກາຍພຣະພິຂຸ
ຫ້າມເງື້ອມມືຈະທຳຮ້າຍພຣະພິຂຸ
ຫ້າມກ່າວຫາພິຂຸດ້ວຍອາບັດສັງຂາທິເສດທີ່ບໍ່ມີຂໍ້ມູນ
ຫ້າມກໍ່ຄວາມລຳຄານແກ່ພິຂຸອື່ນ
ຫ້າມແອບຟັງເລື່ອງຂອງພິຂຸທີ່ຜິດຖ່ຽງກັນ
ອະນຸຍາດແລ້ວ ຫ້າມເວົ້າຕຳນິຕິຕຽນ
ຂະນະກຳລັງປະຊຸມພຣະສົງ ຢ່າລຸກຂື້ນໄປໂດຍບໍ່ໄດ້ຮັບອະນຸຍາດ
ຮ່ວມກັບສົງໃຫ້ຈີວອນແກ່ພິຂຸແລ້ວ ຫ້າມຕິຕຽນພາຍຫລັງ
ຫ້າມນ້ອມລາບສົງມາເພື່ອບຸກຄົນ (ຂອງທີ່ເຂົາມາຖວາຍສົງແຕ່ເອົາໄປໃຫ້ຄົນພິຂຸໃດໜຶ່ງ)
ຫ້າມເຂົ້າໄປໃນຕຳນັກຂອງພຣະຣາຊາ
ຫ້າມເກັບຂອງມີຄ່າທີ່ຕົກເຮ່ຍຢູ່
ເມື່ອຈະເຂົ້າບ້ານໃນເວລາວິການ (ເວລາຫລັງຈາກທ່ຽງ) ຕອ້ງຄອບລາພິຂຸອື່ນກ່ອນ
ຫ້າມທຳກອງເຂັ້ມດ້ວຍກະດູກ, ງາ ຫລື ເຂົາສັດ
ຫ້າມທຳຕຽງ ຕັ່ງມີຕີນສູງກວ່າປະມານ
ຫ້າມທຳຕຽງ ຕັ່ງທີ່ຫຸ້ມດ້ວຍນຸ່ນ
ຫ້າມທຳຜ້າປູນັ່ງມີຂະໜາດເກີນປະມານ
ຫ້າມທຳຜ້າປິດຝີມີຂະໜາດເກີນປະມານ
ຫ້າມທຳຜ້າອາບນ້ຳຝົນມີຂະໜາດເກີນປະມານ
ຫ້າມທຳຜ້າຈີວອນມີຂະໜາດເກີນປະມານ
ປາຕິເທສນີຍະ ມີ 4 ຂໍ້
ຫ້າມຮັບຂອງຄົບຄ້ຽວຂອງສັນຈາກມືນັກບວດຍິງມາສັນ
ໃຫ້ໄລ່ນັກບວດຍິງທີ່ມາຫຍຸງໃຫ້ເຂົາຖວາຍອາຫານ
ຫ້າມຮັບອາຫານໃນສະກຸນທີ່ສົງສົມມຸດວ່າເປັນເສຂະ (ອະຣິຍະບຸກຄົນ ແຕ່ຍັງບໍ່ໄດ້ບັນລຸເປັນອະຣາຫັນ)
ຫ້າມຮັບອາຫານທີ່ເຂົາບໍ່ໄດ້ຈັດຕຽມໄວ້ກ່ອນມາສັນເມື່ອຢູ່ປ່າ
ເສຂີຍະ ສາຮູບ ມີ 26 ຂໍ້
ນຸ່ງໃຫ້ເປັນປະຣິມົນທົນ (ສ່ວນລຸ່ມປິດເຂົ່າ ສ່ວນເທິ່ງປິດສະບື ບໍ່ຫ້ອຍໜ້າຫ້ອຍຫລັງ)
ຄຸມຜ້າໃຫ້ເປັນປະຣິມົນທົນ (ໃຫ້ຊາຍຜ້າສະເໜີກັນ)
ປົກປິດກາຍດ້ວຍດີໄປໃນບ້ານ
ປົກປິດກາຍດ້ວຍດີນັ່ງໃນບ້ານ
ສຳລວມດ້ວຍດີໄປໃນບ້ານ
ສຳລວມດ້ວຍດີນັ່ງໃນບ້ານ
ມີສາຍຕາສອດລົງໄປໃນບ້ານ (ຕາບໍ່ມ່ອງພູ້ນມ່ອງພີ້)
ມີສາຍຕາສອດລົງນັ່ງໃນບ້ານ
ບໍ່ໃຫ້ຜ້າເປີດຂື້ນລົງຕອນໄປໃນບ້ານ
ບໍ່ໃຫ້ຜ້າເປີດຂື້ນລົງເວລານັ່ງໃນບ້ານ
ບໍ່ຫົວສຽງດັງຕອນໄປໃນບ້ານ
ບໍ່ຫົວເລາະດັງຕອນນັ່ງໃນບ້ານ
ບໍ່ເວົ້າສຽງດັງຕອນໄປໃນບ້ານ
ບໍ່ເວົ້າສຽງດັງຕອນນັ່ງໃນບ້ານ
ບໍ່ຂົດໂຄງກາຍຕອນໄປໃນບ້ານ
ບໍ່ຂົດໂຄງກາຍຕອນນັ່ງໃນບ້ານ
ບໍ່ແກ່ວງແຂນຕອນໄປໃນບ້ານ
ບໍ່ແກ່ວງແຂນຕອນນັ່ງໃນບ້ານ
ບໍ່ສັ່ນຫົວຕອນໄປໃນບ້ານ
ບໍ່ສັ່ນຫົວຕອນນັ່ງໃນບ້ານ
ບໍ່ເອົາມືຄ້ຳກາຍຕອນໄປໃນບ້ານ
ບໍ່ເອົາມືຄ້ຳກາຍຕອນນັ່ງໃນບ້ານ
ບໍ່ເອົາຜ້າປົກຫົວຕອນໄປໃນບ້ານ
ບໍ່ເອົາຜ້າປົກຫົວຕອນນັ່ງໃນບ້ານ
ບໍ່ຍ່າງຄະໂຍ່ງຕີນຕອນໄປໃນບ້ານ
ບໍ່ນັ່ງຮັດເຂົ່າຕອນຢູ່ໃນບ້ານ
ໂພຊະນະປະຕິສັງຢຸດ (ວ່າດ້ວຍການສັນອາຫານ) ມີ 30 ຂໍ້
ຮັບບິນບາດດ້ວຍຄວາມເຄົາລົບ
ໃນຂະນະບິນທະບາດ ຈະດູແລແຕ່ໃນບາດ
ຮັບບິນທະບາດ ພໍສົມສ່ວນກັບແກງ (ບໍ່ຮັບແກງຫລາຍເກີນໄປ)
ຮັບບິນທະບາດ ເອົາພໍພຽງແຕ່ສະເໝີຂອບປາກບາດ
ສັນບິນທະບາດ ໂດຍຄວາມເຄົາລົບ
ໃນຂະນະສັນບິນທະບາດໃຫ້ດູແລແຕ່ໃນບາດ
ສັນບິນທະບາດໄປຕາມລຳດັບ (ບໍ່ຈົກໃຫ້ແຫວ່ງບ່ອນນັ້ນບ່ອນນີ້)
ສັນເຂົ້າບິນທະບາດ ພໍສົມສ່ວນກັບແກງ ບໍ່ສັນແກງຫລາຍເກີນໄປ
ສັນເຂົ້າບິນທະບາດບໍ່ຂຸດຄຸ້ຍແຕ່ເທິງລົງໄປ
ບໍ່ເອົາເຂົ້າສຸກຊາວໃສ່ແກງ ຫວັງຈະໄດ້ຫລາຍ
ບໍ່ຂໍເອົາແກງ ຫລື ເຂົ້າສູກ ເພື່ອປະໂຫຍດແກ່ຕົນມາສັນ ຫາກບໍ່ເຈັບປ່ວຍ
ບໍ່ເບີ່ງບາດຂອງຜູ້ອື່ນ ດ້ວຍຄິດຈະຍົກໂທດ
ບໍ່ເຮັດຄຳເຂົ້າທີ່ໃຫ່ຍເກີນໄປ
ທຳຄຳເຂົ້າໃຫ້ກົມກ່ອມ
ບໍ່ອ້າປາກເມື່ອຄຳເຂົ້າຍັງມາບໍ່ທັນຮອດ
ບໍ່ເອົາມືທັງສອງໃສ່ປາກໃນຂະນະສັນ
ບໍ່ເວົ້າໃນຂະນະມີຄຳເຂົ້າຢູ່ໃນປາກ
ບໍ່ສັນເຂົ້າແບບໂຍນຄຳເຂົ້າໃສ່ປາກ
ບໍ່ສັນແບບກັດຄຳເຂົ້າ
ບໍ່ສັນແບບທຳໃຫ້ກະພູ້ງແກ້ມຕຸ້ຍ
ບໍ່ສັນແບບສະບັດມືໄປມາ
ບໍ່ສັນເຂົ້າແບບວ່ານເມັດເຂົ້າ
ບໍ່ສັນເຂົ້າແບບແລບລິ້ນ
ບໍ່ສັນເຂົ້າດັງຈັບໆ
ບໍ່ສັນເຂົ້າດັງຊູດໆ
ບໍ່ສັນເຂົ້າແບບເລຍມື
ບໍ່ສັນເຂົ້າເລັຍບາດ
ບໍ່ສັນແບບເລັຍຣີມຝີປາກ
ບໍ່ເອົາມືເປື້ອນຈັບພາຊະນະໃສ່ນ້ຳ
ບໍ່ເອົານ້ຳລ້າງບາດ ມີເມັດເຂົ້າເທລົງໃນບ້ານ
ທຳມະເທສະນາປະຕິສັງຢຸດ ວ່າດ້ວຍການສະແດງທຳ ມີ 16 ຂໍ້
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີຄັນຮົ່ມໃນມື
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີໄມ້ພລອງ (ໄມ້ກົມຍາວປະມານ 4 ສອກ) ໃນມື
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປວ່ຍ ທີ່ມີຂອງຄົມໃນມື
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີອາວຸດໃນມື
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ໃສ່ຊຽງຕີນ (ຖົງເຖົ້າໄມ້)
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ໃສ່ຖົງເຖົ້າ
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຢູ່ໃນພາຫະນະ
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຢູ່ເທີ່ງບ່ອນນອນ
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ນັ່ງຮັດເຂົ່າ
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ມີອັນພັນຢູ່ຫົວ
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຄຸມຫົວ
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ຢູ່ເທິ່ງອາສະນະ (ແຜ່ນປູນັ່ງ) ໂດຍພິຂຸຢູ່ເທີ່ງດີນ
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ນັ່ງຢູ່ເທີ່ງອາສະນະສູງກວ່າພິຂຸ
ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍ ທີ່ນັ່ງຢູ່ແຕ່ພິຂຸຢືນ
ພິຂຸເດີນຢູ່ຂ້າງຫລັງ ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍທີ່ເດີນໄປທາງໜ້າ
ພິຂຸເດີນໄປນອກທາງ ບໍ່ສະແດງທຳແກ່ຄົນທີ່ບໍ່ເຈັບປ່ວຍທີ່ໄປໃນທາງ.
ປະກິນນະສະຖະ ມີ 3 ຂໍ້
ພິຂຸບໍ່ເຈັບປ່ວຍ ບໍ່ຢືນຖ່າຍໜັກ ຖ່າຍເບົາ
ພິຂຸບໍ່ເຈັບປ່ວຍ ບໍ່ຖ່າຍອຸດຈະຣະ ປັດສະວະ ຫລື ບ້ວນນ້ຳລາຍລົງໃນຂອງຂຽວ (ພັນໄມ້ໃບຫຍ້າຕ່າງໆ)
ພິຂຸບໍ່ເຈັບປ່ວຍ ບໍ່ຖ່າຍອຸດຈະຣະ ປັດສະວະ ຫລື ບ້ວນນ້ຳລາຍລົງໃນນ້ຳ
ອະທິກອນ ມີ 7 ຂໍ້
ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ໂດຍຊ່ອງໜ້າກັນ (ບຸກຄົນ, ວັດຖຸ, ທຳ)
ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍການຍົກໃຫ້ວ່າ ພຣະອໍຣະຫັນເປັນຜູ້ມີສະຕິ
ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍການຍົກປະໂຫຍດໃຫ້ຂະນະເປັນບ້າ
ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍຖືຕາມຄຳຮັບຂອງຈຳເລີຍ
ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍຖືສຽງຂ້າງຫລາຍເປັນປະມານ
ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍການລົງໂທດແກ່ຜູ້ຜິດ
ລະງັບອະທິກອນ (ຄະດີຄວາມ ຫລື ຄວາມທີ່ຕົກລົງກັນບໍ່ໄດ້) ດ້ວຍໃຫ້ປະນີປະນອມ ຫລື ເລິກກັນໄປ