ສາສະໜາພຸດ ຫລື ພຸດທະສາສະນາ


1. ຕົ້ນກຳ​ເນີດ​

ພຸດ​ສາສະນາ​ກຳ​ເນີດ​ຂຶ້ນ​ທີ່​ປະເທດ​ອິນ​ເດຍ​ ເມື່ອປະມານກ່ອນ ຄ.ສ 543​ ປີ​ ເກີດ​ຂຶ້ນ​ໃນ​ຍຸກ​ທີ່​ກຳ​ລັງ​ມີ​ການສະແຫວງຫາວິທີການດັບ​ທຸກ​ກັນ​ຢູ່​ທົ່ວໄປ​ ໂດຍ​ຜູ້ສົນ​ໃຈໃນ​ຍຸກ​ນັ້ນ​ຈະ​ນັບ​ຖື​ສາສະນາ​ພຣາມ​ກັນ​ຢູ່​ໂດຍ​ສ່ວນຫລາຍ​

2. ​ ສິ່ງທີ່​ເຄົາລົບ​ສູງ​ສຸດ​

ພຸດ​ທ​ສາສະນາ ​ເປັນ​ສາດສະຫນາ​ປະ​ເພດ​ອ​ະເທວ​ະນິຍົມ​ ຄື​ບໍ່​ຍອມ​ຮັບ​ວ່າ​ມີ​ເທບພະ​ເຈົ້າ​ໃດ​ໆ​ ວ່າ​ມີ​ອຳນາດ​ສູງ​ສຸດ​ແຕ່​ຈະ​ຍອມ​ຮັບ​ກົດ​ທຳມະຊາດ ​(ທໍາມະ​ ຫລື ​ທັມ​) ວ່າ​ເປັນ​ສິ່ງ​ສູງ​ສຸດ​ທີ່​ມີ​ລັກສະນະ​ຄ້າຍ​ກັບ​ພະ​ເຈົ້າ​ຂອງ​ສາດສະຫນາ​ປະ​ເພດ​ເທວະ​ນິຍົມ​.

3. ສາດສະ​ດາ​

ສາດສະ​ດາ​ຄື​ ພະ​ພຸດ​ທະ​ເຈົ້າ​ຊຶ່ງ​ເດີມ​ຄື​: ເຈົ້າ​ຊາຍ​ສິດ​ທັດ​ຖະ​ ທີ່​ອອກ​ບວດ​ຄົ້ນ​ຫາ​ສັຈຈະທັມ ຈົນກະທັ້ງ​ໄດ້​ຄົ້ນ​ພົບ​ຄວາມ​ຈິງ​ຂອງ​ທຳມະຊາດ​ໃນ​ເລື່ອງ​ການ​ດັບ​ທຸກ​ຂອງ​ຈິດ​ໃຈ ​ຕາມ​ຫຼັກ​ເຫດຜົນ ​(ຫລື ​ຕາມ​ຫຼັກ​ວິທະຍາ​ສາດ​) ໄດ້​ຢ່າງ​ຖາວອນ​.

4. ​ ຄຳພີ

ຄື ​ພຣະ​ໄຕຣປີດົກ​ ອັນ​ປະກອບ​ດ້ວຍ​ ຄື:

1. ພຣະ​ວິ​ນັຍ​ປີດົກ ຊຶ່ງ​ລວບລວມ​ເລື່ອງ​ສິນ​ຂອງ​ພິກ​ສຸ​ ແລະ ​ພິກ​ສຸ​ນີ​ເອົາ​ໄວ້​ທັງ​ໝົດ (The Basket of Discipline)​

2. ພຣະ​ສູຕັນຕະປີດົກ​ ຊຶ່ງ​ລວບລວມ​ຄຳ​ສອນ​ຂອງ​ພຣະ​ພຸດ​ທະ​ເຈົ້າ​ ແລະ ​ພຣະ​ສາວົກ​ເອົາ​ໄວ້​ (The Basket of Discourses)

3. ພຣະ​ອ​ະພິທັມປີດົກ​ ຊຶ່ງ​ລວບລວມ​ຫຼັກ​ປັດຊະຍາ​ທີ່​ພຣະ​ສາວົກ​ລຸ້ນ​ຫຼັງ​ໆ ​ແຕ່ງ​ຂຶ້ນ​ໄວ້ (The Basket of Sublime, Higher or Extra Doctrine)

5.​ ສະຫລຸບ​ຫຼັກ​ຄຳ​ສອນ

ຄຳ​ສອນ​ຂອງ​ພຸດ​ທ​ະສາສະນາ​​ມີ​ຢູ່​ 2 ລະ​ດັບ​ຄື​:

1.​ ລະ​ດັບ​ຊາວ​ບ້ານ ​ຊຶ່ງ​ມີ​ຫຼັກ​ການ​ຢູ່​ຫລວງ​ຫລາຍ ​ຊຶ່ງ​ສະຫລຸບ​ຢູ່​ທີ່​ການ​ມີ​ສິນ​, ມີ​ເມດຕາ​,ມີ​ຄວາມ​ຂະຫຍັນ​ອົດ​ທົນ ​ແລະ ​ຮູ້​ຈັກ​ໃຊ້​ເຫດຜົນ​ໃນ​ການ​ດຳ​ເນີນ​ຊີວິດ​ເປັນ​ຕົ້ນ​.

2.​ ລະ​ດັບ​ສູງ​ ຊຶ່ງ​ໄດ້​ແກ່​ຫຼັກ​ອ​ະຣິຍະ​ສັດ ​4​ ອັນ ​ເປັນ​ຫຼັກ​ທັມໃນ​ການ​ດັບ​ທຸກ ​ແລະ ​ຈັດ​ເປັນ​ຫົວ​ໃຈ​ຂອງ​ຄຳ​ສອນ​ທັງ ​ໝົດ, ຊຶ່ງ​ສະຫລຸບ​ຢູ່​ທີ່​ການເຮັດ​ຈິດ​ໃຫ້​ວ່າງ​ຈາກ​ກິ​ເລດ​ທັງປວງ​ ໂດຍ​ມີ​ສິນ​ເປັນ​ພື້ນ​ຖານ​ ທັງຫມົດ​ທັງ​ມີສະມາາ​ທິ​ເປັນ​ກຳ​ລັງ ​ແລະ ​ມີ​ປັນຍາ​ເປັນ​ຕົວ​ຄວບ​ຄຸມ.​

6.​ ຈຸດ​ໝາຍ​ສູງ​ສຸດ​

ຈຸດ​ໝາຍ​ສູງ​ສຸດ​ຂອງ​ພຸດ​ທ​ະສາສະນາ​ຄື ​ "ນິບ​ພານ​" ຫລື ​ຄວາມ​ບໍ່​ມີ​ທຸກ​ຢ່າງ​ຖາວອນ​ໃນ​ຊີວິດ​ປະຈຸບັນ ​ຊຶ່ງ​ເປັນ​ຈຸດ​ໝາຍ​ສູງ​ສຸດ, ​ສ່ວນ​ຈຸດ​ໝາຍ​ຮອງ​ລົງ​ມາ​ຄື: ​ການ​ມີ​ຊີວິດ​ຢູ່​ໂດຍ​ໃຫ້​ມີ​ຄວາມ​ທຸກ​ນ້ອຍ​ທີ່ສຸດ.​

7.​ ຄວາມ​ເຊື່ອ​ ແລະ ​ຫຼັກ​ປະຕິບັດ​

ພຸດ​ທະ​ສາສະນ າ​ສອນ​ວ່າ​ ທຸກ​ສິ່ງ​ເປັນ​ໄປ​ຕາມ​ທຳມະຊາດ ​(ຫລື ​ທຳມະດາ​) ຂອງ​ມັນ​ເອງ​ຄື:​ ເປັນ​ໄປ​ຕາມ​ເຫດ​ຕາມ​ປັດ​ຈັຍ ​(ປັດ​ໃຈຄື​ເຫດ​ຍ່ອຍ​ໆ​) ທີ່​ຜັກ​ດັນ​ກັນ​ໄປ​ເລື້ອຍ​ໆ ​ໂດຍ​ບໍ່​ມີ​ຕົວ​ຕົນ ​ຫລື ​ຜູ້​ໃດ​ມາ​​ບັນ​ດົນບັນດານ.​ ດັ່ງ​ນັ້ນ, ​ການ​ປະຕິບັດ​ ກໍ​ຄື​ການ​ປະຕິບັດ​ຫນ້າທີ່​ຂອງ​ຕົນ​ໆ​ ໃຫ້​ຖືກ​ຕ້ອງ​ຕາມ​ທີ່​ທຳມະຊາດ​ກຳນົດ​ມາ​ ຢ່າ​ມີ​ຄວາມ​ເຫັນ​ແກ່​ຕົວ​ຈົ່ງ​ເຫັນ​ແກ່​ຜູ້​ອື່ນ​ ຫລື​ ເຫັນ​ແກ່​ທຳມະຊາດ​.

8.​ ນິ​ກາຍ​

ປະຈຸບັນ​ມີ​ຢູ່​2​ ນິ​ກາຍ​ໃຫຍ່​ໆ​ ຄື​:

1.​ ມະຫາ​ຍານ ​ຫລື​ ອາ​ຈາ​ຣິຍະ​ວາດ​ ຊຶ່ງ​ປ່ຽນ​ແປງ​ຄຳ​ສອນ​ເດີມ​ຈົນ​ຫາ​ຫຼັກ​ເດີມ​ໄດ້​ຍາກ​

2.​ ຫີນ​ະຫານ ຫລື​ ເຖຣະ​ວາດ​ ຊຶ່ງ​ຢຶດ​ຖື​ພຣະໄຕຣປີດົກ​ດັ້ງ​ເດີມ​ມາ​ປະຕິບັດ​

9.​ ປະເທດ​ທີ່​ນັບ​ຖື​

ນິ​ກາຍ​ມະຫາ​ຍານ​ກໍ່​ມີ​ປະເທດ​ຈີນ​, ໄຕ້​ຫວັນ​, ຫວຽດ​ນາມ.​ ສ່ວນ​ເຖຣະ​ວາດ​ກໍ່​ມີ ປະ​ເທດ​ ສີລັງ​ກາ​, ມຽນມາ, ລາວ​, ກຳປູເຈຍ​ , ໄທ​ ແລະ ​ມີຫລາຍໃນ​ປະເທດ​ຕ່າງ​ໆ​.

10.​ ປະເພນີ​

ດັ້ງ​ເດີມ​ນັ້ນບໍ່​ມີ ​ແຕ່​ພາຍ​ຫຼັງ​ເກີດ​ມີ​ຂຶ້ນ​ ເຊັ່ນ​: ປະເພນີ​ການ​ທອດ​ກະ​ຖິນ​, ທອດ​ຜ້າ​ປ່າ​ ແລະ​ ການເຮັດ​ບຸນ​ຕາມ​ມື້​ສຳຄັນ​ທາງ​ສາສະນາ​.

11.​ ຜູ້​ສືບ​ທອດ​

ໄດ້​ແກ່​ພຣະ​ພິກ​ສຸ ​(ນັກ​ບວດ​ຊາຍ​) ທີ່​ຖື​ສິນ​ 227 ຂໍ້​, ທັງຫມົດລວມມີ​ສາມະ​ເນນ​ ຖື​ສິນ​ 10​ ແຕ່​ກ່ອນ​ມີ​ພິກ​ສຸ​ນີ ​(ນັກ​ບວດຍິງ) ຖື​ສິນ​ 310​ ຂໍ້.​ ຊຶ່ງ​ປະຈຸບັນ​ທາງ​ນິ​ກາຍ​ເຖຣະ​ວາດ​ຖື​ວ່າ ​ພິກ​ສຸ​ນີ​ໄດ້​ໝົດ​ສິ້ນ​ໄປ​ແລ້ວ ​ແຕ່​ທາງ​ມະຫາ​ຍານ​ຖື​ວ່າ​ຍັງຄົງມີ​ຢູ່​ ແລະ ລວມທັງອຸ​ບາສົກ (ພໍ່ອອກ),​ ອຸ​ບາ​ສິ​ກາ​ (ແມ່ອອກ) ລວມກັນແລ້ວເອີ້ນວ່າ:​ ພຸດທະບໍລິສັດ 4

12.​ ວັນສຳຄັນ​ທາງ​ສາສະນາ​

ວັນສຳຄັນ​ທາງ​ສາສະນາ​​ມີ​ຢູ່​ 3 ວັນ​ຄື​:

1. ​ວັນ​ວິ​ສາຂາ​ບູຊາ​ ​ເປັນ​ວັນຄ້າຍ​ວັນ​ປະສູດ​ ຕ​ຣັສ​ຮູ້​ ແລະ ​ປະຣິ​ນິບ​ພານ​ຂອງ​ພຣະ​ພຸດ​ທະ​ເຈົ້າ​

2. ​ວັນ​ອາ​ສາະ​ຫະ​ບູຊາ​ ​ເປັນ​ວັນທີ່​ພຣະ​ພຸດ​ທະ​ເຈົ້າ​ຊົງ​ສະແດງປະຖົມມະເທດສະນາ.​

3. ວັນມາຄະ​ບູຊາ​ ​ເປັນ​ວັນທີ​ພຣະ​ອໍຣະຫັນຕ໌​ຈຳນວນ​ຫລາຍ ​ມາປະ​ຊຸມ​ພ້ອມ​ກັນ​ໂດຍ​ບໍ່ໄດ້​ນັດ​ໝາຍ.​

13.​ ສະຖານ​ທີ່​ສຳຄັນ​

ໄດ້​ແກ່​ສັງ​ເວຊະ​ນີຍະ​ສະຖານ​ 4​ ແຫ່ງ​ ຄື:

1. ສະຖານ​​ທີ່ ​ພຣະ​ພຸດ​ທະ​ເຈົ້າ​ຊົງ​ປະສູດ​

2. ສະຖານ​ທີ່ ​ພຣະ​ພຸດ​ທະ​ເຈົ້າ​ຊົງຕັດສະຮູ້​

3. ສະຖານ​​ທີ່ ​ພຣະ​ພຸດ​ທະ​ເຈົ້າ​ຊົງສະແດງ​ປະຖົມມະ​ເທດ​ສະຫນາ​

4. ​ສະຖານ​​ທີ່ ​ພຣະ​ພຸດ​ທະ​ເຈົ້າ​ຊົງປະຣິ​ນິບ​ພານ.​

ສາສະນາ​ໃນ​ຖານະ​ປາກົດ​ການ​ທາງ​ຈິດ ​ແລະ ​ທາງ​ສັງຄົມ​ ເປັນ​ບໍເກີດ​ຂອງ​ຄຸນຄ່າ ​ແລະ ​ວັດທະນະທຳ​ ແລະ ​ມີ​ຄວາມ​ສຳພັນ​ກັບ​ຊີວິດ​ຂອງ​ມະນຸດ​ຢ່າງ​ແໜ້ນ​ແຟ້ນ​, ຊຶ່ງ​ມີ​ຄວາມ​ເລິກ​ລຶກ​ ແລະ ​ມີ​ອົງ​ປະກອບຢ່າງ​ຫລວງ​ຫລາຍ​ຫຼາຍ​ ແຕ່​ທີ່​ຖື​ວ່າ​ສຳຄັນ​ທີ່ສຸດ​ມີ ​7 ປະ​ການ​ຄື​:

ອົງ​​ປະກອບ​ຂອງ​ສາສະນາ​

1.​ ສາດສະ​ດາ​ ຄື​: ຜູ້​ກໍ່​ຕັ້ງ​ສາດສະຫນາ​ ເຊັ່ນ​: ພຣະ​ພຸດ​ທະ​ສາສະນາ​ ມີ​ພຣະ​ພຸດ​ທະ​ເຈົ້າ​ເປັນ​ສາດສະ​ດາ​, ສາສະຫນາ​ຄຣິດ​​ມີ​ພະ​ເຍຊູ​ເປັນ​ສາດສະ​ດາ​.

2.​ ຫລັກຄໍາສອນ ຫລື ຄໍາພີ​ ຄື:​ ຫຼັກ​ທຳ​ຄຳ​ສັ່ງ​ສອນ​ ເຊັ່ນ​: ພຣະ​ພຸດ​ທະ​ສາສະນາ​ ມີ​ພຣະໄຕຣປີດົກ, ສາສະນາ​ຄຣິດ​​ມີ​ຄຳພີ​​ໄບ​ເບີນ​.

3.​ ສາວົກ​ ຫລື ນັກບວດ ຄື:​ ຜູ້​ເຜີຍ​ແຜ່​ ເຊັ່ນ​: ​ພຸດ​ທະ​ສາສະນາ​ ມີ​ພຣະພິກຂຸ, ສາມະເນນ. ສ່ວນສາສະນາ​ຄຣິດ​​ມີ​ບາດ​ຫຼວງ​.

4.​ ສາສະນາສະ​ຖານ​ ຄື:​ ສະຖານ​ທີ່​ປະກອບ​ພິທີກຳ​ ເຊັ່ນ:​ ພຣະ​ພຸດ​ທ​ະສາສະນາ​ມີ​ວັດ, ສ່ວນສາສະນາ​ຄຣິດ​ມີ​ໂບດ

5.​ ພິທີກຳນ​ ຫລື ສາສະນາພີທີ ຄື​: ການ​ປະຕິບັດ​ພິທີກຳ​ຕ່າງ​ໆ​ ເຊັ່ນ​: ພຣະ​ພຸດ​ທ​ະສາສະນາ​ມີ​ການ​ວຽນ​ທຽນ, ສ່ວນ​ສາສະນາ​ຄຣິດ​ມີ​ພິທີ​ການ​ລ້າງ​ບາບ​.

6.​ ສັນຍະລັກ​ ຄື​: ເຄື່ອງ​ໝາຍ​ແທນ​ສາສະນາ​ນັ້ນ​ໆ​ ເຊັ່ນ​: ພຣະ​ພຸດ​ທ​ະສາສະນາ​ມີ​ທຳມະຈັກ​ເປັນ​ສັນຍາລັກ, ​ສາສະນາ​ຄຣິດ​ມີ​ໄມ້ກາງເຂນເປັນ​ສັນຍະລັກ​.

7. ສາສະນິກະຊົນ ຄື: ບຸກຄົນຜູ້ນັບຖືເຫລື້ອມໃສສັດທາໃນສາສະນານັ້ນໆ.