ອະນິສົງການໃສ່ບາດຕອນເຊົ້າ
ອານິສົງ 9 ຂໍ້ຂອງການໃສ່ບາດຕອນເຊົ້າ ທີ່ຫລາຍຄົນຍັງບໍ່ຮູ້!!!
1. ການໃສ່ບາດທຸກວັນ ຍ່ອມໄດ້ຮັບອານິສົງໃຫ້ເປັນທີ່ຮັກຂອງທຸກຄົນ ລວມທັງສົ່ງຜົນໃຫ້ມີສະຕິປັນຍາດີ ເມື່ອຕາຍແລ້ວຍ່ອມເຂົ້າສູ່ສຸຄະຕິໂລກສະຫວັນ.
2. ການໃສ່ບາດທຸກວັນ ເຮັດໃຫ້ຈິດໃຈເກາະຕິດຢູ່ກັບຄວາມດີ
3. ເປັນການບັນເທົາຄວາມເຫັນແກ່ຕົວ ສ້າງຈິດໃຈໃຫ້ເປັນສຸກ ແລະ ສ້າງສັງຄົມໃຫ້ຮົ່ມເຢັນ
4. ເປັນການຕໍ່ບຸນຕໍ່ລາບໃຫ້ກັບຕົນເອງ
5. ເພື່ອເປັນການອຸທິດສ່ວນກຸສົນໃຫ້ແກ່ບຸກຄົນອັນເປັນທີ່ຮັກ ທີ່ລ່ວງລັບໄປແລ້ວ ເປັນການສະແດງຄວາມກະຕັນຍູກະຕາເວທີຕໍ່ຜູ້ມີພະຄຸນ.
6. ເປັນການຮັກສາຂະນົບທຳນຽມປະເພນີ ແລະ ວັດທະນະທໍາອັນດີງາມຂອງພວກເຮົາເອົາໄວ້ ເພື່ອຄວາມງົດງາມ ແລະ ມີສະເໜ່ອັນເປັນເອກະລັກຂອງຊາດ.
7. ເປັນແບບຢ່າງຈາກການສົ່ງຕໍ່ຄວາມດີຂອງຮຸ່ນສູ່ຮຸ່ນ ເພື່ອໃຫ້ລຸກຫລານມີແບບຢ່າງໃນການທຳຄວາມດີສຶບຕໍ່ໄປ.
8. ເປັນການສືບຕໍ່ອາຍຸຂອງພຣະພຸດທະສາສະນາ ເພາະພຣະສົງສະມາເນນ ຕ້ອງຢູ່ໄດ້ດ້ວຍການບິນບາດລ້ຽງຊີບ, ຖ້າບໍ່ມີໃຜໃສ່ບາດກໍ່ບໍ່ມີອາຫານ ເມື່ອບໍ່ມີອາຫານກໍບໍ່ອາດດຳລົງຊີວິດຢູ່ໄດ້ ແລະ ພຣະພຸດທະສາສະນາກໍ່ສິ້ນສຸດລົງໃນຍຸກປະຈຸບັນ.
9. ການໃສ່ບາດເປັນການສ້າງຄວາມປອງດອງໃຫ້ກັບຊາວພຸດ ເປັນການຢຸດຕິວິກິດຄວາມສັດທາ ເພາະຊາວພຸດທຸກບ້ານພ້ອມພຽງກັນໃສ່ບາດ ຈະເກີດເປັນພະລັງແຫ່ງຄວາມສາມັກຄີຂື້ນ, ເຊິ່ງພະລັງນີ້ຈະຊ່ວຍສ້າງສັງຄົມໃຫ້ເກີດຄວາມສະຫງົບສຸກ ດັ່ງທີ່ພຣະພຸດທະເຈົ້າຕັດໄວ້ວ່າ: “ຄວາມສາມັກຄີຂອງໝູ່ຄະນະ ຍ່ອມທຳໃຫ້ເກີດຄວາມສຸກ”. ເຮັດໃຫ້ຊາວພຸດມີຄວາມເຂັ້ມແຂງ ແລະ ຈະສາມາດສ້າງກອບອັນດີງາມ ໃຫ້ແກ່ພິຂຸສົງສາມະເນນທັງຫລາຍ ບໍ່ໃຫ້ອອກນອກລູ່ນອກທາງໄດ້.
ໃນເມື່ອຮູ້ປະໂຫຍດເຮັດບຸນໃສ່ບາດໃນຕອນເຊົ້າແລ້ວນັ້ນ ເອົາເປັນວ່າໃຜທີ່ຍັງບໍ່ທັນເຄີຍລອງ ມື້ອື່ນເຊົ້າ ກໍລອງຕື່ນແຕ່ເຊົ້າມາໃສ່ບາດນຳກັນ ແລ້ວເພື່ອນໆ ຈະພົບກັບຄວາມສຸກ ລວມທັງສິ່ງດີໆ ທີ່ອາດເກີດກັບຕົວເອງ. ສຸດທ້າຍນີ້ກໍ່ຝາກແຊຣນີ້ໃຫ້ເພື່ອນໆ ໄດ້ຮູ້ນຳກັນເດີເຈົ້າ.
ຂໍ້ມູນຈາກ https://www.horoworld.com