ອະນິສົງຂອງການຖວາຍຢາປົວພະຍາດ
ອະນິສົງຂອງການຖວາຍຢາປີ່່ນປົ່ວພະຍາດ
ການຖວາຍຢາປີ່ນປົ່ວພະຍາດ ເປັນບຸນໃຫຍ່ທີ່ຄວນເຮັດເປັນຢ່າງຍິ່ງ ເພາະການຖວາຍຢາໃຫ້ບຸນຫລາຍ. ຖ້າຜູ້ໃດບໍ່ຢາກເຈັບໄຂ້ໄດ້ປ່ວຍ ຫລື ບໍ່ຢາກທໍລະມານຈາກການເປັນພະຍາດທີ່ຮ້າຍແຮງ ຄວາມສ້າງບຸນນີ້ໃຫ້ເປັນອາຈິດສກຳ ຫລື ທຳບຸນປະເພດນີ້ເລືື່ອຍໆ. ດັ່ງເລື່ອງຄວາມເປັນມາຂອງ ພຣະພາກຸນເຖຣະ ພຣະອະຣະຫັນຜູ້ເປັນເລີດທີ່່ມີອາພາດໜ້ອຍ (ເຈັບໄຂ້ໜ້ອຍ) ເພາະອາດີດຊາດ ທ່ານໄດ້ຖວາຍຢາແກ່ ພຣະສໍາມາສໍາພຸດທະເຈົ້າ ອະໂນມທັສສີ ແລະ ຖວາຍຢາແກ່ ຄະນະພິຂຸສົງໃນຍຸກຂອງ ພຣະວິປັສສີພຸດທະເຈົ້າ. ດ້ວຍເຫດນີ້ ບຸນຈຶ່ງສົ່ງຜົນໃຫ້ພຣະພາກຸນເຖຣະ ມີອາຍຸຍືນຍາວເຖິງ 160ປີ, ບໍ່ອາພາດ ຫລື ບໍ່ປວ່ຍໄຂ້ເລີຍ ຊຶ່ງເອື່ອອໍານວຍຕໍ່ການປະຕິບັດທໍາມະຂອງທ່ານຢ່າງຫລວງຫລາຍ. ອີກທັງອານິສົງຈາກການຖວາຍຢາປີ່່ນປົວພະຍາດ ຍັງມີປະກົດຊັດແຈ້ງຢູ່ໃນ ພຣະໄຕປີດົກ ເຫລັ້ມ 32, ພຣະສຸດຕັນຕະປິດົກ ເຫລັ້ມ 24, ຂຸດທົກນິກາຍ ອະປະທານ ພາກ 1 ປິລິນທະວັກທີ 40, ປິລິນທະວັຈສເຖຣາປະທານທີ 1 (391). ຊຶ່ງຈະຂໍແບ່ງເປັນຂໍ້ໆ ລຸ່ມນີ້.
ອະນິສົງ 10 ປະການຈາກການຖວາຍຢາປີ່ນປົ່ວພະຍາດ
1. ທຳໃຫ້ເປັັນຜູ້ມີອາຍຸຍືນ
2. ທຳໃຫ້ເປັນຜູ້ມີກຳລັງ ມີເຫື່ອແຮງຫລາຍ
3. ທຳໃຫ້ເປັນຜູ້ມີດວງປັນຍາສະຫວ່າງໃສ່ ສະຫລາດທາງໂລກ ແລະ ທຳ
4. ທຳໃຫ້ເປັນຜູ້ມີຜົວພັນຜ່ອງໃສ່ ງົດງາມ ສຸຂະພາບຜີວດີ
5. ທຳໃຫ້ເປັນຜູ້ມີຍົດ ໄດ້ຮັບການຍົກຍ່ອງສັນລະເສີນ
6. ທຳໃຫ້ເປັນຜູ້ທີ່ສູກກາຍ-ສຸກໃຈ
7. ທຳໃຫ້ເປັນຜູ້ປາສະຈາກອັນຕະລາຍໃດໆ
8. ທຳໃຫ້ເປັນຜູ້ທີ່ປາສະຈາກສິ່ງອັບປະມົງຄົນ ປາສະຈາກສະນຽດຈັງໄລທັງຫລາຍ
9. ທຳໃຫ້ເປັນຜູ້ທີ່ມະຫາຊົນຢໍາເກງທຸກເມື່ອ
10. ທຳໃຫ້ບໍ່ພັດພາກຈາກຂອງຮັກ
ຂໍ້ມູນຈາກເວບໄຊ https://www.kalyanamitra.org/