ອະນິສົງຂອງການໄຫ້ວພຣະສູດມົນ

ອະນິສົງຂອງການໄຫ້ວພຣະ-ສູດມົນ

1. ມີຈິດໃຈສະຫງົບ ຊ່ວຍໃຫ້ນອນຫຼັບງ່າຍ ແລະ ຕື່ນມາສົດຊື່ນ

2. ເປັນທີ່ຮັກແລະເປັນທີ່ຊື່ນຊອບຂອງເທວະດາທັງຫລາຍ

3. ເປັນຄົນມີສະມາທິ ສະຕິປັນຍາດີ

4. ປັດເປົ່າ-ຂັບໄລ່ໄພອັນຕະລາຍທັງປວງ

5. ຈິດໃຈມີຄວາມສຸກ ສົ່ງຜົນໃຫ້ຮ່າງກາຍຫລັ່ງສານຄວາມສຸກ ເພື່ອເຮັດໃຫ້ຊີວິດສົດໃສ

6. ໄດ້ບຸນກຸສົນຈາກການກ່າວຄຳອັນສັກສິດຖວາຍແກ່ພຣະພຸດທະເຈົ້າ

7. ເກີດສິຣິມຸງຄົນແກ່ຕົນເອງ ແລະ ຄອບຄົວ ບໍ່​ວ່າ​ທ່ານ​ເຮັດ​ຫຍັງ​​ ກໍ​ສໍາ​ເລັດ​ໂດຍງ່າຍ

8. ໄດ້ຮັບພອນຈາກສິ່ງສັກສິດ ຈາກ​ກໍາ​ດີ​ ແລະ ​ການ​ແຜ່​​ເມດ​ຕາ​

9. ກໍາຈັດຄວາມຂີ້ຄ້ານໃນຈິດໃຈ, ການສວດມົນກ່ອນເຂົ້ານອນຖ້າເຮັດທຸກວັນຈົນສຳເລັດ ກາຍເປັນວຽກປະຈຳວັນ ຈະຊ່ວຍໃຫ້ເຈົ້າມີຄວາມອົດທົນ ແລະ ສາມາດເຮັດອັນອື່ນໄດ້ຢ່າງສຳເລັດຜົນເຊັ່ນກັນ