ຂໍອະໂຫສິກຳຕໍ່ກັບເຈົ້າກຳ-ນາຍເວນ
ກ່ອນອື່ນວ່າ:
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ (3 ເທື່ອ)
ຕໍ່ຈາກນັ້ນກໍເວົ້າ:
ກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ
ອະສັນຈິຈະກຳມັງ ຂະມັນຕຸເມ ອະໂຫສິກຳມັງ ພະວະຕຸເມ
ກຳໃດໆ ບໍ່ວ່າຈະເປັນກາຍະກຳ, ວາຈີກຳ, ມະໂນກຳ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດ ທັງໂດຍຕັ້ງໃຈ ແລະ ບໍ່ໄດ້ຕັ້ງໃຈໃນຊາດພົບໃດກໍ່ຕາມ ຂໍໃຫ້ທ່ານເຈົ້າກຳ-ນາຍເວນທັງຫລາຍ ຈົ່ງໄດ້ຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ, ຢ່າໄດ້ຈອງເວນຈອງກຳ ຕໍ່ກັນອີກເລີຍ. ແມ້ແຕ່ກຳໃດ ທີ່ຜູ້ໃດກະທຳຕໍ່ກັບຂ້າພະເຈົ້າ, ຂ້າພະເຈົ້າຂໍອະໂຫສິກຳໃຫ້ທັງໝົດ ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະທານ ເພື່ອຈະໄດ້ບໍ່ມີເວນຕໍ່ກັນຕະຫລອດໄປ.
ດ້ວຍອະນິສົງແຫ່ງອະໄພຍະທານນີ້ ຂໍໃຫ້ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ ພົ້ນຈາກຄວາມທຸກຍາກລຳບາກເຂັ້ນໃຈ, ຄວາມທຸກຢ່າໄດ້ໃກ້, ຄວາມເຈັບໄຂ້ຢ່າໄດ້ມີ, ຂໍຈົ່ງມີແຕ່ຄວາມສຸກສະຫວັດດີມີໄຊ ສະນຽດຈັ່ງໄລ ແລະ ອັນຕະລາຍທັງຫລາຍ ຈົ່ງເສື່ອມສິ້ນຫາຍໄປ, ນຶກຄິດປາດຖະໜາສິ່ງໃດ ທີ່ເປັນໄປໂດຍຊອບປະກອບດ້ວຍທຳແລ້ວ ຂໍໃຫ້ສິ່ງນັ້ນ ຈົ່ງເກີດເປັນຜົນສຳເລັດ ຜົນສຳເລັດ ຜົນສຳເລັດເທີ້ນ.