ຄຳຂໍຂະມາ

ກ່ອນອື່ນວ່າ: 

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (3 ຈົບ)

ຕໍ່ຈາກນັ້ນກໍເວົ້າ:

ສັບພັງ ອະປະຣາທັງ ຂະມະຖະເມ ພັນເຕ ອຸກາສະ ທະວາຣັດຕະເຍນະ ກະຕັງ

ສັບພັງ ອະປະຣາທັງ ຂະມະຖະເມ ພັນເຕ ອຸກາສະ ຂະມາມິ ພັນເຕ

 

ຫາກຂ້າພະເຈົ້າເຄີຍຈົ່ງໃຈ ຫລື ປະມາດພາດພັ່ງ ລ່ວງເກີນຕໍ່ກັບບິດາ-ມານດາ, ຄູບາອາຈານ, ພຣະພຸດ, ພຣະທຳ, ພຣະອະຣະຫັນທຸກພຣະອົງ, ພຣະອະຣິຍະສົງເຈົ້າ ຕະຫລອດຈົນເຖິງສິ່ງສັກສິດທັງຫລາຍ, ລວມເຖິງຜູ້ມີພະຄຸນ ແລະ ທ່ານເຈົ້າກຳ-ນາຍເວນ ຈະດ້ວຍກາຍ-ວາຈາ-ໃຈ ຂໍໄດ້ໂປດກະລຸນາອະໂຫສິກຳ ແກ່ຂ້າພະເຈົ້ານັບຕັ້ງແຕ່ນີ້ເປັນຕົ້ນໄປຕາບເທົ່າເຂົ້າສູ່ປະລິນິພານດ້ວຍເທີ້ນ.